ສະພາບໂລກລະບາດໂຄວິດ-19 ຢູ່ຫວຽດນາມ

(VOVWORLD) -ມາຮອດປັດຈຸບັນ, ຫວຽດນາມມີ ຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 1.512 ຄົນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 1.357 ຄົນ

ຕາມຂໍ້ມູນຂ່າວຈາກຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ແລ້ວ, ຕອນບ່າຍວັນທີ 08 ມັງກອນ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 3 ຄົນ ລ້ວນແຕ່ແມ່ນຜູ້ເຂົ້າເມືອງຈາກຕ່າງປະເທດ ແລະ ໄດ້ຮັບການແຍກຕົວໃນທັນທີ. ມາຮອດປັດຈຸບັນ, ຫວຽດນາມມີ ຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 1.512 ຄົນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 1.357 ຄົນ, ຜູ້ເສຍຊີວິດ 35 ຄົນ. ວັນທີ 08 ມັງກອນ, ເປັນມື້ທີ 38 ຢ່າງລ້ຽນຕິບໍ່ມີກໍລະນີຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ