ສະ​ພາບ​ໂລກ​ລະ​ບາດ​ໂຄວິດ-19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 234,5 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 4,8 ລ້ານຄົນ.
ສະ​ພາບ​ໂລກ​ລະ​ບາດ​ໂຄວິດ-19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ - ảnh 1(ພາບປະກອບ: AFP/TTXVN)

ນັບແຕ່ເວລາ 17 ໂມງຂອງວັນທີ 30 ກັນຍາ ຫາ 17 ໂມງຂອງວັນທີ 01 ຕຸລາ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຢູ່ພາຍໃນປະເທດຕື່ມອີກ  6.957 ຄົນ, ຫຼຸດລົງ 996 ຄົນເມື່ອທຽບໃສ່ມື້ກ່ອນ. ສະນັ້ນ, ໄລ່ມາຮອດປະຈຸບັນ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ -19 ທັງໝົດ 797.712 ຄົນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 636.081 ຄົນ.

ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 01 ຕຸລາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 234,5 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 4,8 ລ້ານຄົນ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິກວ່າ 211 ລ້ານຄົນ. ອາເມລິກາ ແມ່ນປະເທດຖືກຜົນສະທ້ອນຫຼາຍທີ່ສຸດໃນໂລກ, ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 44,3 ລ້ານຄົນ, ມີຜູ້ເສຍຊີວິດຫຼາຍກວ່າໝູ່ໃນໂລກດ້ວຍຈຳນວນກວ່າ 716.000 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ກ່ຽວຂອງເຖິງວັກຊິນກັນໂຄວິດ-19, ສະຫະພາບເອີລົບ ໄດ້ແຈ້ງວ່າ ຈະຕໍ່ກຳນົດກົນໄກຄວບຄຸມ ແລະ ອາດຈະຈຳກັດການສົ່ງອອກວັກຊິນກັນໂຄວິດ-19 ຂອງກຸ່ມນີ້ໄປຮອດທ້າຍປີ 2021, ແທນໃຫ້ການກຳນົດສຸດທ້າຍແມ່ນໃນທ້າຍເດືອນ ກັນຍາ ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ