ສະພາບໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະ ໃນໂລກ

(VOVWORLD) -ຄິດໄລ່ແຕ່ເວລາ 6 ໂມງຂອງວັນທີ 16 ເມສາ ຫາເວລາ 6 ໂມງຂອງວັນທີ 26 ມິຖຸນາ, ໄດ້ 71 ມື້ແລ້ວທີ່ ຫວຽດນາມ ບໍ່ມີກໍລະນີຕິດໂລກລະບາດໂຄວິດ-19 ໃນຊຸມຊົນ.
ສະພາບໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະ ໃນໂລກ - ảnh 1(ພາບປະກອບ: AFP/ TTXVN)

        ໄລ່ຮອດເວລາ 6 ໂມງຂອງວັນທີ 26 ມິຖຸນາ, ຫວຽດນາມ ມີທັງໝົດ 212 ກໍລະນີຕິດໂລກລະບາດໂຄວິດ-19 ເຂົ້າເມືອງມາຈາກຕ່າງປະເທດ ແລະ ໄດ້ແຍກຕົວໂດຍທັນທີ. ຄິດໄລ່ແຕ່ເວລາ 6 ໂມງຂອງວັນທີ 16 ເມສາ ຫາເວລາ 6 ໂມງຂອງວັນທີ 26 ມິຖຸນາ, ໄດ້ 71 ມື້ແລ້ວທີ່ ຫວຽດນາມ ບໍ່ມີກໍລະນີຕິດໂລກລະບາດໂຄວິດ-19 ໃນຊຸມຊົນ.

        ໃນຂະນະນັ້ນ, ທົ່ວໂລກຜູ້ຕິດໂລກລະບາດໂຄວິດ-19 ທັງໝົດ 9.699.575 ຄົນ, ໃນນັ້ນເສຍຊີວິດ 490.935 ຄົນ.

        ອາເມລິກາ ຍັງແມ່ນປະເທດມີຜູ້ຕິດໂລກລະບາດໂຄວິດ - 19 ແລະ ເສຍຊີວິດຫຼາຍທີ່ສຸດໃນໂລກ ດ້ວຍຜູ້ຕິດເຊື້ອແມ່ນ 2.502.311 ຄົນ ແລະ ເສຍຊີວິດ 126.728 ຄົນ. ຖັດຈາກນັ້ນແມ່ນ ບຣາຊິນ ດ້ວຍຜູ້ຕິດໂລກລະບາດໂຄວິດ-19 ແມ່ນ 1.233.147 ຄົນ ແລະ 55.054 ຄົນເສຍຊີວິດ.

        ຕໍ່ໜ້າສະພາບການດັ່ງກ່າວ, ທ່ານຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) Tedros Adhanom Ghebreyesus ໄດ້ກ່າວເຕືອນວ່າ ຢູ່ເອີລົບ ໂລກລະບາດໂຄວິດ-19 ພວມມີທ່າອ່ຽງຫຼຸດລົງ, ແຕ່ມີການຜັນແປທີ່ຮ້າຍແຮງໃນທົ່ວໂລກ ດ້ວຍຈຳນວນຜູ້ຕິດໂລກລະບາດນີ້ຄາດວ່າຈະຂຶ້ນເຖິງ 10 ລ້ານຄົນ, ຈຳນວນຜູ້ເສຍຊີວິດອາດຈະເພີ່ມຂຶ້ນເຖິງ 500.000 ຄົນໃນອາທິດຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ