ສະພາບໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະ ໃນໂລກ

(VOVWORLD) -ນັບແຕ່ເວລາ 18 ໂມງຂອງວັນທີ 20 ຕຸລາ, ຫວຽດນາມ ກວດບໍ່ພົບກໍລະນີຕິດໂລກລະບາດໂຄວິດ-19 ໃໝ່, ເປັນມື້ທີ 47 ຢ່າງລຽນຕິດ, ຫວຽດນາມ ກວດບໍ່ພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົນ.
ສະພາບໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະ ໃນໂລກ - ảnh 1(ພາບປະກອບ: TTXVN)

ຕາມແຫຼ່ງຂ່າວຈາກຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ- 19 ແລ້ວ ໃຫ້ຮູ້ວ່າ, ນັບແຕ່ເວລາ 18 ໂມງຂອງວັນທີ 20 ຕຸລາ, ຫວຽດນາມ ກວດບໍ່ພົບກໍລະນີຕິດໂລກລະບາດໂຄວິດ-19 ໃໝ່, ເປັນມື້ທີ 47 ຢ່າງລຽນຕິດ, ຫວຽດນາມ ກວດບໍ່ພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົນ. ປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດ 1.141 ຄົນ, ບໍ່ມີກໍລະນີເຈັບໜັກ. ຜູ້ຕິດເຊື້ອພະຍາດໂຄວິດ-19 ໄດ້ຮັບການປີ່ນປົວຫາຍດີເປັນປົກກະຕິ 1.046 ໃນຈຳນວນ 1.141 ຄົນ.

        ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 21 ຕຸລາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດກວ່າ 41 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 1,12 ລ້ານຄົນ.

        ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19, ຖັດຈາກນັ້ນແມ່ນອິນເດຍ ແລະ ບຣາຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ