ສະພາບໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະ ໃນໂລກ

(VOVWORLD) -ມາຮອດຈຸດເວລານີ້ມີຜູ້ຮັບການປິ່ນປົວຫາຍດີເປັນປົກກະຕິ 2.158 ຄົນ; ມີ 35 ຄົນເສຍຊີວິດ.
ສະພາບໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະ ໃນໂລກ - ảnh 1ປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດ 2.560 ຄົນ
(ພາບປະກອບ: TTXVN)

ນັບແຕ່ເວລາ 18 ໂມງຂອງວັນທີ 16 ມີນາ, ຮອດເວລາ 6 ໂມງຂອງວັນທີ 17 ມີນາ, ຫວຽດນາມ ບໍ່ກວດພົບກໍລະນີຕິດເຊື້ອພະຍາດໂຄວິດ-19. ປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດ 2.560 ຄົນ. ມາຮອດຈຸດເວລານີ້ມີຜູ້ຮັບການປິ່ນປົວຫາຍດີເປັນປົກກະຕິ 2.158 ຄົນ; ມີ 35 ຄົນເສຍຊີວິດ.

        ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 17 ມີນາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 121, 2 ລ້ານຄົນ ໃນນັ້ນມີ 2.681.653 ຄົນເສຍຊີວິດ. ອາເມລິກາ ຍັງແມ່ນປະເທດຖືກຜົນກະທົບ ຢ່າງໜັກໜ່ວງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອໂຄວິດ-19 ແມ່ນ 30.190.855 ຄົນ ແລະ ຜູ້ເສຍຊີວິດແມ່ນ 849.253 ຄົນ. ຖັດຈາກນັ້ນ ບຣາຊິນ.

        ຢູ່ເອີລົບ, ກະຊວງສາທານະລະສຸກ ອີຕາລີ ໃຫ້ຮູ້ວ່າ, ຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ-19 ຢູ່ປະເທດນີ້ໄດ້ເພີ່ມຂຶ້ນກວ່າ 103.000 ຄົນ, ຫຼາຍອັນດັບທີ່ 2 ຢູ່ເອີລົບ ຖັດຈາກ ອັງກິດ.

ຕອບກັບ

ຂ່າວ/ບົດ​ອື່ນ