ສະພາບໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະ ໃນໂລກ

(VOVWORLD) -ໄລ່ຮອດວັນທີ 02 ພຶດສະພາ, ຫວຽດນາມ ມີຜູ້ໄດ້ສັກວັດຊິນທັງໝົດແມ່ນ 532.000 ຄົນ.
ສະພາບໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະ ໃນໂລກ - ảnh 1ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຕິດແປດພາຍໃນປະເທດລວມທັງໝົດ 1.595 ຄົນ
(ພາບປະກອບ: TTXVN)

ຕາມແຫຼ່ງຂ່າວຈາກກະຊວງສາທານະລະສຸກຫວຽດນາມ ແລ້ວ: ນັບແຕ່ເວລາ 18 ໂມງຂອງວັນທີ 02 ພຶດສະພາ ຫາເວລາ 6 ໂມງຂອງວັນທີ 03 ພຶດສະພາ, ຫວຽດນາມ ບໍ່ກວດພົບກໍລະນີຕິດເຊື້ອພະຍາດໂຄວິດ-19 ຕື່ມອີກ. ໄລ່ຮອດເວລາ 6 ໂມງຂອງວັນທີ 03 ພຶດສະພາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຕິດແປດພາຍໃນປະເທດລວມທັງໝົດ 1.595 ຄົນ. ມາຮອດຈຸດເວລານີ້, ຫວຽດນາມ ໄດ້ປິ່ນປົ່ວໃຫ້ຜູ້ຕິດເຊື້ອພະຍາດໂຄວິດ-19 ຫາຍດີເປັນປົກກະຕິ 2.962 ຄົນ.

        ກ່ຽວກັບວຽກງານສັກວັກຊິນກັນໂຄວິດ-19, ໄລ່ຮອດວັນທີ 02 ພຶດສະພາ, ຫວຽດນາມ ມີຜູ້ໄດ້ສັກວັດຊິນທັງໝົດແມ່ນ 532.000 ຄົນ.

        ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີຂອງວັນທີ  03 ພຶດສະພາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 153.476.982 ຄົນ, ໃນນັ້ນມີຜູ້ເສຍຊີວິດ 3.216.032 ຄົນ. ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ