ສະພາບໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະ ໃນໂລກ ວັນທີ 02 ມີນາ

(VOVWORLD) -ໄລ່ຮອດຈຸດເວລານີ້, ຫວຽດນາມ ໄດ້ປິ່ນປົວໃຫ້ຜູ້ຕິດເຊື້ອພະຍາດໂຄວິດ-19 ຫາຍດີເປັນປົກກະຕິຈຳນວນ 1.898 ຄົນ; 35 ຄົນເສຍຊີວິດ.
ສະພາບໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະ ໃນໂລກ ວັນທີ 02 ມີນາ - ảnh 1(ພາບປະກອບ: giadinh.net.vn)

ນັບແຕ່ເວລາ 06 ໂມງ ຫາເວລາ 18 ໂມງຂອງວັນທີ 02 ມີນາ, ຫວຽດນາມ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19  . ປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19  ທັງໝົດ 2.472 ຄົນ, ໃນນັ້ນ 1.562 ຄົນແມ່ນຕິດແປດຢູ່ພາຍໃນປະເທດ. ໄລ່ຮອດຈຸດເວລານີ້, ຫວຽດນາມ ໄດ້ປິ່ນປົວໃຫ້ຜູ້ຕິດເຊື້ອພະຍາດໂຄວິດ-19 ຫາຍດີເປັນປົກກະຕິຈຳນວນ 1.898 ຄົນ; 35 ຄົນເສຍຊີວິດ.

ຢູ່ໃນໂລກ: ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເກືອບ 115 ລ້ານຄົນ

        ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 3 ມີນາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດເກືອບ 115 ລ້ານຄົນ (114,97 ລ້ານຄົນ), ໃນນັ້ນ ມີກວ່າ 2,54 ລ້ານຄົນເສຍຊີວິດ. ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19, ໄລ່ຮອດປະຈຸບັນແມ່ນ 29,31 ລ້ານຄົນ.

        ຢູ່ເອີລົບ, ອີຕາລີ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍທີ່ສຸດໃນຮອບເວລາ 24 ຊົ່ວໂມງຜ່ານມາ, ດ້ວຍຈຳນວນ 13.114 ຄົນ, ຖັດຈາກນັ້ນແມ່ນລັດເຊຍ, ແອັດສະປາຍ, ອັງກິດ, ເຢຍລະມັນ…

        ຢູ່ອາຊີ, ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ອິນເດຍ ແມ່ນ 11,12 ລ້ານຄົນ, ຢືນອັນດັບທີ 2 ໃນໂລກຖັດຈາກອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ