ສະພາບໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະ ໃນໂລກຂອງວັນທີ 27 ມິຖຸນາ

(VOVWORLD) -ໄລ່ຮອດເວລາ 6 ໂມງຂອງວັນທີ 27 ມິຖຸນາ, ແມ່ນໄດ້ 70 ວັນແລ້ວທີ່ ຫວຽດນາມ ບໍ່ກວດພົບກໍລະນີຕິດໂລກລະບາດໂຄວິດ-19 ໃນຊຸມຊົນ.

ສະພາບໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະ ໃນໂລກຂອງວັນທີ 27 ມິຖຸນາ - ảnh 1 ອາເມລິກາ ຍັງແມ່ນປະເທດມີຜູ້ຕິດ ແລະ ຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ-19 ຫຼາຍທີ່ສຸດໃນໂລກ

(ພາບ: Worldometers)

ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃຫ້ຮູ້ວ່າ, ໄລ່ຮອດເວລາ 6 ໂມງຂອງວັນທີ 27 ມິຖຸນາ, ແມ່ນໄດ້ 70 ວັນແລ້ວທີ່ ຫວຽດນາມ ບໍ່ກວດພົບກໍລະນີຕິດໂລກລະບາດໂຄວິດ-19 ໃນຊຸມຊົນ.

        ມາຮອດປະຈຸບັນ, ຫວຽດນາມ ມີທັງໝົດ 353 ຄົນຕິດໂລກລະບາດໂຄວິດ-19, ໃນນັ້ນ 330 ຄົນໄດ້ປະກາດປິ່ນປົວຫາຍດີເປັນປົກກະຕິແລ້ວ, ຫວຽດນາມ ໄດ້ປິ່ນປົວ ໃຫ້ຊາວຕ່າງປະເທດທີ່ຕິດພະຍາດໂຄວິດຫາຍດີ 49/50 ຄົນ. ປະຈຸບັນ, ຍັງເຫຼືອແຕ່ຄົນດຽວເຊິ່ງແມ່ນຄົນເຈັບທີ 91 ເປັນນັກບິນຊາວອັງກິດ ພວມໄດ້ຮັບການປິ່ນປົວຢູ່ໂຮງໝໍ ເຈິ້ໄຣ, ດ້ວຍອາການຟື້ນຟູຢ່າງຕັ້ງໜ້າ.

        ໃນຂະນະນັ້ນ, ຕາມການສະຖິຕິຂອງເວັບໄຊ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 27 ມິຖຸນາ, ທົ່ວໂລກມີ 9,9 ລ້ານຄົນຕິດໂລກລະບາດໂຄວິດ-19, ໃນນັ້ນກວ່າ 496,7 ພັນຄົນເສຍຊີວິດ. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ອາເມລິກາ ຍັງແມ່ນປະເທດມີຜູ້ຕິດ ແລະ ຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ-19 ຫຼາຍທີ່ສຸດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ