ສະພາບໂລກລະບາດໂຄວິດ-19 ຢູ່ໃນໂລກ

(VOVWORLD) -ໄລ່ຮອດເວລາ 9 ໂມງຂອງວັນທີ 25 ມິຖຸນາ, ໂລກມີ 9,52 ລ້ານຄົນຕິດເຊື້ອໂຄວິດ-19, ໃນນັ້ນມີ 483.000 ຄົນເສຍຊີວິດ.

ໂລກລະບາດຍັງຜັນແປໄປຢ່າງສັບສົນຢູ່ຫຼາຍປະເທດໃນໂລກ, ພິເສດແມ່ນທະວີບອາເມລິກາ ແລະ ບາງທະວີບອື່ນໆ, ເຮັດໃຫ້ເກີດຄວາມສົງໄສກ່ຽວກັບຄວາມສາມາດທີ່ວ່າ ໂລກຈະກັບຄືນສູ່ສະພາບເປັນປົກກະຕິໂດຍໄວຫຼືບໍ່. ໂລກລະບາດໂຄວິດ-19 ໄດ້ແຜ່ລະບາດອອກສູ່ 231 ປະເທດ ແລະ ເຂດແຄ້ວນໃນໂລກແລ້ວ.

        ຕາມການສະຖິຕິຂອງເວັບໄຊ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 25 ມິຖຸນາ, ອາເມລິກາ ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ໃນນັ້ນມີ 2,46 ລ້ານຄົນຕິດເຊື້ອໂຄວິດ-19, ໃນນັ້ນມີ 124.000 ຄົນເສຍຊີວິດ. ຢູ່ພາກພື້ນອາເມລິກາເໜືອ ລວມມີ 2,86 ຄົນຕິດເຊື້ອໂຄວິດ-19, ໃນນັ້ນມີກວ່າ 158.800 ຄົນເສຍຊີວິດ, ຖັດຈາກນັ້ນແມ່ນເມັກຊີໂກ ມີກວ່າ 191.400 ຄົນຕິດໂລກລະບາດ, ໃນນັ້ນມີກວ່າ 23.300 ຄົນເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ