ສະພາບໂລກລະບາດໂຄວິດ-19 ຢູ່ໃນໂລກ

(VOVWORLD) - ຕາມເວັບໄຊສະຖິຕິທົ່ວໂລກ worldometers.info ແລ້ວ, ໄລ່ຮອດເວລາ 2 ໂມງຂອງວັນທີ 07 ກັນຍາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍກວ່າ 27,28 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 887.278 ຄົນ.

ປະຈຸບັນ, ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ, ດ້ວຍຜູ້ຕິດເຊື້ອພະຍາດໂຄວິດ- 19 ຈຳນວນກວ່າ 6,46 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດແມ່ນ 193.246 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ ມີຜູ້ຕິດເຊື້ອພະຍາດໂຄວິດ- 19 ຈຳນວນກວ່າ 4,2 ລ້ານຄົນ ແລະ ມີຜູ້ເສຍຊີວິດ 71.687 ຄົນ. ຢືນອັນດັບທີ 3 ແມ່ນບຣາຊິນ ມີຜູ້ຕິດເຊື້ອພະຍາດໂຄວິດ- 19 ແມ່ນກວ່າ 4,13 ລ້ານຄົນ ແລະ ມີຜູ້ເສຍຊີວິດ 126.686 ຄົນ. ດ້ວຍຜູ້ຕິດເຊື້ອພະຍາດໂຄວິດ- 19 ແມ່ນກວ່າ 7,75 ລ້ານຄົນ ແລະ ມີຜູ້ເສຍຊີວິດ 152.119 ຄົນ, ປະຈຸບັນ ອາຊີ ພວມແມ່ນພາກພື້ນມີຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍທີ່ສຸດຢູ່ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ