ສະພາບໂລກລະບາດໂຄວິດ-19 ຢູ່ໃນໂລກ

(VOVWORLD) -ໂລກລະບາດໂຄວິດ-19 ໄດ້ເຮັດໃຫ້ມີຜູ້ເສຍຊີວິດໃນທົ່ວໂລກແມ່ນເກືອບ 6,9 ລ້ານຄົນ, ເພີ່ມຂຶ້ນທົບ 2 ເທົ່າຕົວເລກທາງການໃນປະຈຸບັນ.
ສະພາບໂລກລະບາດໂຄວິດ-19 ຢູ່ໃນໂລກ - ảnh 1(ພາບປະກອບ: REUTERS)

ວັນທີ 07 ພຶດສະພາ, ລັດຖະບານ ຍີ່ປຸ່ນ ໄດ້ຕົກລົງຕໍ່ກຳນົດເວລາສະພາບຮີບດ່ວນຢູ່ນະຄອນຫຼວງ ໂຕກຽວ ແລະ 3 ແຂວງທິດຕາເວັນຕົກຮອດວັນທີ 31 ພຶດສະພາ, ພ້ອມທັງເປີດກວ້າງສະພາບຮີບດ່ວນອອກສູ່ບັນດາແຂວງ Aichi ຢູ່ພາກກາງ ແລະ Fukuoka ຢູ່ທາງທິດຕາເວັນຕົກສ່ຽງໃຕ້ຂອງປະເທດນີ້. ວັນທີ 06 ພຶດສະພາ, ເປັນມື້ເຮັດວຽກທຳອິດພາຍຫຼັງພັກການເປັນຫຼາຍມື້, ຍີ່ປຸ່ນ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຕື່ມອີກ 4.380 ຄົນໃນທົ່ວປະເທດ. ຈຳນວນຜູ້ເສຍຊີວິດກໍ່ເພີ່ມຂຶ້ນ ເປັນ 65 ຄົນ.

        ໃນຂະນະນັ້ນ, ວັນທີ 07 ພຶດສະພາ, ຢູ່ ອິນເດຍ ປະເທດນີ້ໄດ້ກວດພົບຜູ້ຕິດເຊື້ອໃໝ່ກວ່າ 414.000 ຄົນໃນຮອບເວລາ 24 ຊົ່ວໂມງຜ່ານມາ, ຍົກຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ຂຶ້ນເກືອບ 21,5 ລ້ານຄົນ.

        ໃນເຫດການທີ່ກ່ຽວຂ້ອງ, ມີການໄຈ້ແຍກໃໝ່ຂອງສະຖາບັນຕີລາຄາ ແລະ ວັດແທກສຸຂະພາບ, ຂຶ້ນກັບມະຫາວິທະຍາໄລ ວໍຊິງຕັນ ຊີ້ໃຫ້ເຫັນວ່າ, ໂລກລະບາດໂຄວິດ-19 ໄດ້ເຮັດໃຫ້ມີຜູ້ເສຍຊີວິດໃນທົ່ວໂລກແມ່ນເກືອບ 6,9 ລ້ານຄົນ, ເພີ່ມຂຶ້ນທົບ 2 ເທົ່າຕົວເລກທາງການໃນປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ