ສະພາບໂລກລະບາດໂຄວິດ-19 ໃນທົ່ວໂລກ

(VOVWORLD) -ໄລ່ຮອດເວລາ 1 ໂມງຂອງວັນທີ 20 ກັນຍາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ແມ່ນ 30.982.249 ຄົນແລ້ວ, ໃນນັ້ນມີຜູ້ເສຍຊີວິດ 961.373 ຄົນ.

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 20 ກັນຍາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ແມ່ນ 30.982.249 ຄົນແລ້ວ, ໃນນັ້ນມີຜູ້ເສຍຊີວິດ 961.373 ຄົນ. ອາເມລິກາຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19 ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 6.967.403 ຄົຍແລະມີຜູ້ເສຍຊີວິດ 203.824 ຄົນ.ເຖິງຢ່າງໃດກໍ່ຕາມ, ອິນເດຍພັດແມ່ນປະເທດມີການຜັນແປທີ່ໜ້າວິຕົກກັງວົນທີ່ສຸດ, ຈຳນວນຜູ້ຕິດເຊື້ອໂຄວິດ-19 ແມ່ນ5.398.230ຄົນແລະມີຜູ້ເສຍຊີວິດ 86.774ຄົນ.

ຢູ່ເອີລົບ, ອົງການການແພດສາທາລະນະປະເທດຝລັ່ງ ແຈ້ງໃຫ້ຊາບວ່າ ມີຜູ້ຕິດເຊື້ອໂຄວິດ-19 ແມ່ນ442.194ຄົນ.ສ່ວນຢູ່ໂປໂລຍ, ວັນທີ 19 ກັນຍາ, ກະຊວງສາທາລະນະສຸກປະເທດນີ້ແຈ້ງໃຫ້ຊາບວ່າມີຜູ້ຕິດເຊື້ອໂຄວິດ-19 ເກືອບ78.000ຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 2.300ຄົນ.

ຢູ່ອາຟະລິກາ, ສູນຄວບຄຸມ ແລະ ປ້ອງກັນ, ສະກັດກັ້ນໂລກລະບາດອາຟະລິກາ ໃຫ້ຮູ້ວ່າ, ໄລ່ຮອດທ້າຍວັນທີ 19 ກັນຍາ, ທະວີບນີ້ມີຜູ້ຕິດເຊື້ອໂຄວິດ-19 ແມ່ນ1.390.560ຄົນ,ໃນນັ້ນມີຜູ້ເສຍຊີວິດ 33.626ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ