ສະພາບໂລກລະບາດໂຄວິດ-19 ໃນທົ່ວໂລກ

(VOVWORLD) -ທົ່ວໂລກມີຈຳນວນຜູ້ຕິດເຊື້ອໂຄວິດ-19 ລວມ 68.542.146 ຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 1.562.025  ຄົນ.

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 09 ທັນວາ (ຕາມເວລາ UTC), ທົ່ວໂລກມີຈຳນວນຜູ້ຕິດເຊື້ອໂຄວິດ-19 ລວມ 68.542.146 ຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 1.562.025  ຄົນ. ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກ ໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 15.585.105 ຄົນ ແລະ ມີຜູ້ເສຍຊີວິດ 293.358 ຄົນ. ຢືນອັນດັບທີ 2 ແມ່ນອິນເດຍ, ຖັດຈາກນັ້ນແມ່ນບຣາຊິນ.

  ສ່ວນຢູ່ຫວຽດນາມ, ນັບແຕ່ເວລາ 18 ໂມງຂອງວັນທີ 08 ທັນວາ ຫາເວລາ 18 ໂມງຂອງວັນທີ 09 ທັນວາ, ຫວຽດນາມ ໄດ້ຢັ້ງຢືນມີກໍລະນີຕິດເຊື້ອໂຄວິດ - 19 ຕື່ມອີກ 4 ຄົນ ເຊິ່ງລ້ວນແຕ່ຖືສັນຊາດຫວຽດນາມ ແລະ ບັນດາຜູ້ຕິດເຊື້ອໄດ້ມາຈາກຕ່າງປະເທດ. ເປັນອັນວ່າ, ໄລ່ຮອດປັດຈຸບັນ, ຫວຽດນາມມີຈຳນວນຜູ້ຕິດເຊື້ອໂຄວິດ - 19 ທັງໝົດ 1381 ຄົນ. 

ໃນເຫດການທີ່ກ່ຽວຂ້ອງ, ວັນທີ 09 ທັນວາ, ບັນດາອົງການທີ່ມີໜ້າທີ່ຂອງ ຫວຽດນາມ, ສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ ແລະ ບໍລິສັດການບິນ Vietjet ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງ ມາເລເຊຍ ຈັດສົ່ງພົນລະເມືອງ ຫວຽດນາມ ກວ່າ 240 ຄົນ ຢູ່ ມາເລເຊຍ ກັບຄືນປະເທດ ຢ່າງປອດໄພ. ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນ ເວິນໂດ່ນ ຜູ້ໂດຍສານທັງໝົດໃນຖ້ຽວບິນດັ່ງກ່າວ ໄດ້ຮັບການກວດສຸຂະພາບ ແລະ ປະຕິບັດການແຍກຕົວຖືກຕ້ອງຕາມຂໍ້ກຳນົດ. 

ຕອບກັບ

ຂ່າວ/ບົດ​ອື່ນ