ສະພາບໂລກລະບາດໂຄວິດ-19 ໃນວັນທີ 3/4

(VOVWORLD) - ຕາມກະຊວງສາທາລະນະສຸກ, ໄລ່ແຕ່ເວລາ 18 ໂມງວັນທີ 02 ຮອດ 6 ໂມງວັນທີ 3 ເມສາ, ຫວຽດນາມ ບໍ່ກວດພົນຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່. ທົ່ວປະເທດມີ 2.620 ຄົນ ຜົນກວດເປັນບວກກັບໄວຣັດ SARS-CoV-2, ໃນນັ້ນ ມີ 1.603 ຄົນຕິດເຊື້ອໃນຊຸມຊົນ.
ສະພາບໂລກລະບາດໂຄວິດ-19 ໃນວັນທີ 3/4 - ảnh 1ພາບປະກອບ

ມາຮອດປະຈຸບັນ, ມີພະນັກງານ, ພາລະກອນການແພດພວມປິ່ນປົວໃຫ້ຜູ້ຕິດເຊື້ອໂຄວິດ-19, ແພດໝໍປະຕິບັດໜ້າທີ່ຄືເອົາຕົວຢ່າງ, ວິໄຈຫາເຊື້ອ, ສະມາຊິກໜ່ວຍໂຄວິດ-19, ຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ບັນດາທ້ອງຖິ່ນໄດ້ສັກວັກຊິນກັນໂຄວິດ-19 ກ່ວາ 52.000 ຄົນ.

        ຢູ່ໃນໂລກ, ໄລ່ຮອດເວລາ 8 ໂມງວັນທີ 3 ເມສາ, ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດໄວຣັດ SARS-CoV-2 ກ່ວາ 130 ລ້ານຄົນ, ໃນນັ້ນ ມີກ່ວາ 2,85 ລ້ານຄົນເສຍຊີວິດ. ປະເທດຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດແມ່ນ ອາເມລິກາ. ຖັດມາແມ່ນປະເທດ ບຣາຊິນ ແລະ ອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ