ສະພາບໂລກລະບາດໂຄວິດ-19 ໃນໂລກ

(VOVWORLD) -ທົ່ວໂລກມີຜູ້ຕິດໂລກລະບາດໂຄວິດ-19 ຫຼາຍກວ່າ 10,97 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດແມ່ນກວ່າ 523.000 ຄົນ.

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 8 ໂມງຂອງວັນທີ 03 ກໍລະກົດ (ຕາມເວລາຫວຽດນາມ), ທົ່ວໂລກມີຜູ້ຕິດໂລກລະບາດໂຄວິດ-19 ຫຼາຍກວ່າ 10,97 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດແມ່ນກວ່າ 523.000 ຄົນ. ມາຮອດປະຈຸບັນ, ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດ ດ້ວຍຜູ້ຕິດໂລກລະບາດແມ່ນກວ່າ 8,23 ລ້ານຄົນ ແລະ ມີຜູ້ເສຍຊີວິດແມ່ນກວ່າ 131.000 ຄົນ.

        ຕໍ່ໜ້າການຜັນແປທີ່ສັບສົນຂອງໂລກລະບາດໃນທົ່ວໂລກ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ກ່າວເຕືອນສະພາຄວາມໝັ້ນຄົງສະຫະປະຊາຊາດກ່ຽວກັບຜົນຮ້າຍທີ່ຕາມມາຈາກໂລກລະບາດໂຄວິດ-19 ທີ່ມີຕໍ່ຄວາມໝັ້ນຄົງ ແລະ ສັນຕິພາບໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ