ສະພາປຶກສາການເມືອງແຫ່ງຊາດຈີນຖືການພັດທະນາການພົວພັນມິດຕະພາບກັບແນວໂຮມປະເທດຊາດຫວຽດນາມເປັນສຳຄັນ

(VOVWORLD) -ຕອນບ່າຍວັນທີ 26 ກັນຍາ ຢູ່ ຈີນ, ທ່ານ ຢູເຈິງເສິງ ປະທານສະພາປຶກສາການເມືອງ ແຫ່ງຊາດຈີນ ໄດ້ໃຫ້ການຕ້ອນຮັບທ່ານນາງ  ເຈືອງທິງອກແອງ ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ  ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຈີນແຕ່ວັນທີ 22-27 ກັນຍາ ພ້ອມກັບທ່ານ ດັ້ງມີຄອຍ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳຈີນ. 
ສະພາປຶກສາການເມືອງແຫ່ງຊາດຈີນຖືການພັດທະນາການພົວພັນມິດຕະພາບກັບແນວໂຮມປະເທດຊາດຫວຽດນາມເປັນສຳຄັນ - ảnh 1 ທ່ານນາງ  ເຈືອງທິງອກແອງ ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ພົບປະກັບທ່ານ ຢູເຈິງເສິງ ປະທານສະພາປຶກສາການເມືອງ ແຫ່ງຊາດຈີນ

ທີ່ການຕ້ອນຮັບ, ທ່ານນາງ ເຈືອງທິງອກແອງ ຖືວ່າ ໃນໄລຍະຜ່ານມາ, ສອງຝ່າຍສືບຕໍ່ເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນຢູ່ທຸກຂັ້ນ, ບັນດາທ້ອງຖິ່ນ, ຮ່ວມມືດ້ານການສຶກສາ, ບຳລຸງພະນັກງານເຮັດວຽກງານແນວໂຮມ, ເພີ່ມທະວີການໂຄສະນາກ່ຽວກັບນ້ຳໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນການປັບປຸງ, ເພີ່ມທະວີການພົວພັນມິດຕະພາບ ຫວຽດນາມ - ຈີນ.

ສ່ວນທ່ານ ຢູເຈິງເສິງ ໄດ້ຢືນຢັນວ່າ: ພັກ, ລັດ ຈີນ ຖືການພົວພັນມິດຕະພາບກັບຫວຽດນາມເປັນສຳຄັນ ແລະ ປາດຖະຫນາຈະພ້ອມກັບຫວຽດນາມ ເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມືແທດຈິງໃນຫລາຍຂົງເຂດ, ໃນນັ້ນ ມີການພົວພັນຮ່ວມມືລະຫວ່າງ ສະພາປຶກສາການເມືອງແຫ່ງຊາດຈີນ ແລະ ແນວໂຮມປະເທດຊາດຫວຽດນາມ, ຜ່ານນັ້ນ ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ