ສະພາປະຊາຊົນນະຄອນໂຮ່ຈີມິນສືບຕໍ່ປ່ຽນໃໝ່,ຍົກສູງຄຸນນະພາບການເຄື່ອນໄຫວ

ສະພາປະຊາຊົນນະຄອນໂຮ່ຈີມິນສືບຕໍ່ປ່ຽນໃໝ່,ຍົກສູງຄຸນນະພາບການເຄື່ອນໄຫວ - ảnh 1
ທ່ານ ດີງລາ​ທັງ ​ເລຂາ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ
(ພາບ: DocLap)

(vovworld) - ຕອນ​ບ່າຍ​ວັນ​ທີ 21/04, ກອງ​ປະຊຸມ​ຄັ້ງ​ທີ 21, ສະພາ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ຊຸດ​ທີ 8 ​ໄດ້​ອັດ​ລົງ. ​ເຂົ້າ​ຮ່ວມ​ວາລະ​ປະຊຸມ​ມີ​ທ່ານ ດີງລາ​ທັງ ​ເລຂາ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ; ທ່ານ ​ໂດ​ບ໋າ​ຕິ ຮອງ​ປະທານ​ສະພາ​ແຫ່ງ​ຊາດ. ທີ່​ວາລະ​ປະຊຸມ ບັນດາ​ຜູ້​ແທນ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ສະຫລຸບ​ການ​ເຄື່ອນ​ໄຫວ​ສະພາ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ຊຸດ​ທີ 8; ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ລາຍ​ງານ​ໂດຍຫຍໍ້​ວຽກ​ງານຊີ້​ນຳ ​ແລະ ບໍລິຫານ​ປະຕິບັດ​ແຜນການ​ເສດຖະກິດ - ວັດທະນະທຳ - ສັງຄົມ​ນະຄອນ​ໄລຍະ 2011 – 2015; ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ນະຄອນ​ໄດ້​ແຈ້ງ​ໃຫ້​ຊາ​ບ ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ສ້າງ​ອຳນາດ​ການ​ປົກຄອງ​ອາຍຸ​ການ 2011 – 2016.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ເລຂາ​ຄະນະ​ພັກ​ນະຄອນ ​ໂຮ​ຈີ​ມິນ ດີງລາ​ທັງ ຖື​ວ່າ: ພາຍຫລັງ​ການ​ເຄື່ອນ​ໄຫວ​ເປັນ​ເວລາ 5 ປີ, ສະພາ​ປະຊາຊົນ​ນະຄອນ​ຊຸດ​ທີ 8 ​ໄດ້​​ແບກ​ຫາບ ​ແລະ ສຳ​ເລັດ​ບັນດາ​ໜ້າ​ທີ່​ຕາມ​ກົດໝາຍ, ມີ​ຫລາຍ​ວິທີ​ໃໝ່​ທີ່ ຂະຫຍັນ​ຂັນ​ເຄື່ອນ, ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ມີ​ປະສິດທິ​ຜົນ. ທ່ານ ດີງລາ​ທັງ ​ເນັ້ນ​ໜັກ​ວ່າ: ສະພາ​ປະຊາຊົນ​ນະຄອນ ຄວນ​ສືບ​ຕໍ່​ປ່ຽນ​​ໃໝ່​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຕາມ​ທິດ​ເໝາະ​ສົມ​ກັບ​ຂອບ​ຂະໜາດ ​ແລະ ຈຸດ​ພິ​ເສດ​ຂອງ​​ເຂດຕົວ​ເມືອງ​ພິ​ເສດ​; ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​, ຮັບປະກັນ​ສິດ​ເປັນ​ເຈົ້າ ​ແລະ ຮັບ​ຜິດ​ຊອບ​ເອງ​ໃນ​ການ​ຕົກລົງ ​ແລະ ຈັດ​ຕັ້ງປະຕິບັດ​ນະ​ໂຍບາຍ​ໃນຂອບ​​ເຂດໄດ້ຮັບ​ການຈັດ​ແບ່ງວຽກ​ງານ.

 

ຂ່າວ/ບົດ​ອື່ນ