ສະພາວິທະຍາສາດບັນດາອົງການພັກສູນກາງຜັນຂະຫຍາຍໜ້າທີ່ປີ 2013

ສະພາວິທະຍາສາດບັນດາອົງການພັກສູນກາງຜັນຂະຫຍາຍໜ້າທີ່ປີ 2013 - ảnh 1
ທ່ານ ດິງ​ເທ໋ຮີງ, ກຳມະການ​ກົມ​ການ​ເມືອງ
ເຂົ້າຮ່ວມກອງ​ປະຊຸມ​ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2013
(ພາບ: PVC)


(vovworld) -     ວັນ​ທີ 05/02, ຢູ່​ຮ່າ​ໂນ້ຍ, ສະພາ​ວິທະຍາສາດ​ບັນດາ​ອົງການ​ພັກ​ສູນ​ກາງ​ ​ໄດ້ຈັດ​ຕັ້ງ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2013. ກ່າວ​ຄຳ​ເຫັນ​ນະທີ່​ນີ້, ທ່ານ ດິງ​ເທ໋ຮີງ, ກຳມະການ​ກົມ​ການ​ເມືອງ, ​ເລ​ຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນກາງ ​ໄດ້​ໃສ່ໃຈ​​ວ່າ ປີ 2013 ​ເປັນ​ປີ​ບານ​ພັບ​​ໃນ​ການປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ; ​ເປັນ​ປີ​ສືບ​ຕໍ່​ຜັນ​ຂະຫຍາຍ​ມະ​ຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 11 “ບາງ​ບັນຫາ​ຮີບ​ດ່ວນ​ກ່ຽວ​ກັບ​ການກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ” ​ແລະ ມະຕິ​ສຳຄັນ​ອື່ນໆ. ​ເພາະສະ​ນັ້ນ, ສະພາ​ວິທະຍາສາດ​ບັນດາ​ອົງການ​ພັກ​ສູນ​ກາງຕ້ອງກຳນົດ​ບົດບາດຂອງ​ວຽກ​ງານ​ຄົ້ນ​ຄວ້າ​ວິທະຍາສາດ, ຮັບ​ໃຊ້​ບັນດາ​ລາຍການ​ເຮັ​ດວຽກ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ກົມ​ການ​ເມືອງ, ຄະນະ​ເລ​ຂາເປັນ​ຢ່າງ​ດີ, ປະກອບສ່ວນ​ສ້າງ​ມະຕິ​ຕ່າງໆຂອງ​ສູນ​ກາງ​. ຄຽງ​ຂ້າງ​ນັ້ນ, ຕ້ອງ​ສືບ​ຕໍ່​ປ່ຽນ​ໃໝ່​ວິທີ, ​ແບບ​ແຜນການ​​ເຮັດ​ວຽກ, ຍົກ​ສູງ​ລັກສະນະ​ວິຊາການ, ​ເສີມ​ຂະຫຍາ​ຍບົດບາດພູມ​ປັນຍາ, ຂໍ້​ລິ​ເລີ່​ມຂອງ​ບັນດາ​ສະມາຊິກ, ກຳລັງ​ແຮງ​ສັງ​ລວມຂອງ​ຖັນ​ແຖວ​ພະນັກ​ງານ​ຄົ້ນຄວ້າ​ທິດ​ສະ​ດີ​ການ​ເມືອງ​ຂອງ​ບັນດາ​ອົງການ​ພັກສູນ​ກາງ; ສ້າງ​ກົນ​ໄກ​ສົມທົບກັນ, ຮ່ວມ​ມື​ກັບ​ບັນດາ​ອົງການ, ທ້ອງ​ຖິ່ນ​ຕ່າ​ງໆ​ຢ່າງ​ແໜ້ນ​ແຟ້ນ ​ແລະ ມີ​ເນື້ອ​ໃນ​ລະອຽດ​ເພື່ອ​ຍົກ​ລະດັບເປັນ​ເສ​ທາ​ທິການ, ຄຸນ​ນະພາ​ບ​ໃນ​ການ​ໃຫ້​ຄຳ​ປຶກສາ, ຊ່ວຍ​ໃຫ້​ສະພາ​ສຳ​ເລັດ​ໜ້າ​ທີ່ທີ່​ໄດ້​ຮັບມອບ​ໝາຍ​​ເປັນ​ຢ່າງ​ດີ.

ຂ່າວ/ບົດ​ອື່ນ