ສະ​ພາສຶກ​ສາ ແລະ ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ແຫ່ງ​ຊາດ ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ຍຸດ​ທະ​ສາດ​ພັດ​ທະ​ນາ​ການ​ສຶກ​ສາ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ຊີ້ແຈ້ງວ່າການຜັນຂະຫຍາຍຍຸດທະສາດຕ້ອງລະດົມການເຂົ້າຮ່ວມຂອງທົ່ວລະບົບ, ໃນນັ້ນມີກຸ່ມເອກະຊົນ ເພື່ອແຫຼ່ງກຳລັງສັງຄົມ ພ້ອມກັບລັດ ເພີ່ມທະວີການລົງທຶນ ແລະ ປະສິດທິຜົນໃຫ້ແກ່ການສຶກສາ
ສະ​ພາສຶກ​ສາ ແລະ ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ແຫ່ງ​ຊາດ ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ຍຸດ​ທະ​ສາດ​ພັດ​ທະ​ນາ​ການ​ສຶກ​ສາ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: vov.vn)

ຕອນເຊົ້າວັນທີ 19 ມີນາຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ປະທານສະພາສຶກສາ ແລະ ພັດທະນາຊັບພະຍາກອນມະນຸດແຫ່ງຊາດ ໄດ້ເປັນປະທານກອງປະຊຸມຂອງສະພາ ກ່ຽວກັບການປະກອບຄຳເຫັນໃສ່ ແຜນຮ່າງ “ຍຸດທະສາດ ພັດທະນາການສຶກສາ ໄລຍະ 2024 ຫາ 2030, ວິໄສທັດຮອດປີ 2045”. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ຊີ້ແຈ້ງວ່າການຜັນຂະຫຍາຍຍຸດທະສາດຕ້ອງລະດົມການເຂົ້າຮ່ວມຂອງທົ່ວລະບົບ, ໃນນັ້ນມີກຸ່ມເອກະຊົນ ເພື່ອແຫຼ່ງກຳລັງສັງຄົມ ພ້ອມກັບລັດ ເພີ່ມທະວີການລົງທຶນ ແລະ ປະສິດທິຜົນໃຫ້ແກ່ການສຶກສາ.

ບັນດາພັດທະນາແຫຼ່ງຊັບພະຍາກອນມະນຸດແມ່ນການເຈາະຈິ້ນ, ຕ້ອງມີການຈັດຕັ້ງປະຕິບັດ ວຽກງານການສຶກສາໃນສະພາບການໃໝ່ດ້ວຍຈິນຕະຍາການບຸກທະລຸ, ປ່ຽນແປງໃໝ່, ພິເສດແມ່ນ ໝູນໃຊ້ການປະຕິວັດອຸດສາຫະກຳ ຄັ້ງທີ 4, ເສດຖະກິດດີຈີຕອນ, ຫັນເປັນດີຈີຕອນ. ເປົ້າໝາຍສຸດທ້າຍຂອງພວກເຮົາຕ້ອງມີແຫຼ່ງຊັບພະຍາກອນມະນຸດທີ່ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງໂລກພວມພັດທະນາ ແລະ ເຊື່ອມຕໍ່ເຂົ້າກັບທົ່ວໂລກຄືໃນປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ