ສະພາ​ສູງ ອາ​ເມ​ລິ​ກາ ຖະ​ແຫຼງ ຈະ​ບໍ່​ພິຈາລະນາ​ໃຫ້​ສັດຕະຍາບັນ ສັນຍາ​ການ​ຄ້າ​ເສລີ ອາເມລິ​ກາ - ​ເມັກ​ຊີ​ໂກ - ກາ​ນາ​ດາ ​ໃນ​ທ້າ​ຍປີ​ນີ້

(VOVWORLD) -ສະພາສູງ ອາເມລິກາ ຍາກທີ່ຈະປ່ອນບັດຮັບຮອງເອົາ ສັນຍາ USMCA ຈົນເຖິງພາຍຫຼັງສິ້ນສຸດປະຊຸມສານພິຈາລະນາໂທດທ່ານ Donald Trump.
ສະພາ​ສູງ ອາ​ເມ​ລິ​ກາ ຖະ​ແຫຼງ ຈະ​ບໍ່​ພິຈາລະນາ​ໃຫ້​ສັດຕະຍາບັນ ສັນຍາ​ການ​ຄ້າ​ເສລີ ອາເມລິ​ກາ - ​ເມັກ​ຊີ​ໂກ - ກາ​ນາ​ດາ ​ໃນ​ທ້າ​ຍປີ​ນີ້ - ảnh 1 ທ່ານ Mitch McConnell ການນໍາ ຝ່າຍສະມາຊິກສ່ວນຫຼາຍຢູ່ສະພາສູງ ອາເມລິກາ (ພາບ: TTXVN)

ວັນທີ 10 ທັນວາ, ທ່ານ Mitch McConnell ການນໍາ ຝ່າຍສະມາຊິກສ່ວນຫຼາຍຢູ່ສະພາສູງ ອາເມລິກາ ໃຫ້ຮູ້ວ່າ ສະພາສູງ ຈະບໍ່ພິຈາລະນາໃຫ້ສັດຕະຍາບັນ ແລະ ປຶກສາຫາລື ສັນຍາການຄ້າເສລີ ອາເມລິກາ - ເມັກຊີໂກ - ການາດາ (USMCA) ໃນທ້າຍປີນີ້, ພ້ອມທັງຢັ້ງຢືນວ່າ ສະພາສູງ ອາເມລິກາ ຍາກທີ່ຈະປ່ອນບັດຮັບຮອງເອົາ ສັນຍາ USMCA ຈົນເຖິງພາຍຫຼັງສິ້ນສຸດປະຊຸມສານພິຈາລະນາໂທດທ່ານ Donald Trump. ຕາມທັດສະນະຂອງທ່ານ McConnell ແລ້ວ, ສັນຍາສະບັບດັ່ງກ່າວ ບໍ່ດີຄືດັ່ງຄວາມມຸ່ງມາດປາດຖະໜາ.

        ຖະແຫຼງການຂອງທ່ານ McConnell ໄດ້ຍົກອອກມາ ພາຍຫຼັງປະທານສະພາຕໍ່າ ອາເມລິກາ Nancy Pelosi ປະກາດວ່າ ພັກປະຊາທິປະໄຕ ຢູ່ ສະພາຕໍ່າ ບັນລຸໄດ້ຂໍ້ຕົກລົງກັບ ທໍານຽບຂາວ ເພື່ອແນໃສ່ຊຸກຍູ້ການຮັບຮອງເອົາ ສັນຍາ USMCA, ພາຍຫຼັງການເຈລະຈາມາເປັນເວລາຫຼາຍເດືອນ ກ່ຽວກັບການປ່ຽນແປງບາງມາດຕາ ຕາມບຸລິມະສິດຂອງ ພັກປະຊາທິປະໄຕ. ຄາດວ່າ ສະພາຕໍ່າ ອາເມລິກາ ຈະປ່ອນບັດຮັບຮອງເອົາສັນຍາ USMCA ໃນອາທິດຈະມາເຖິງ.



ຕອບກັບ

ຂ່າວ/ບົດ​ອື່ນ