ສະພາສູງຝລັ່ງຈະພິຈາລະນາPCAກັບຫວຽດນາມຢ່າງເປັນທາງການ

ສະພາສູງຝລັ່ງຈະພິຈາລະນາPCAກັບຫວຽດນາມຢ່າງເປັນທາງການ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນຢ​ຸງ ຕ້ອນ​ຮັບ
ປະ​ທານກຳ​ມາ​ທິ​ການການ​ຕ່າງ​ປະ​ເທດ​ສະ​ພາ​ແຫ່ງ​ຊາດ​ຝ​ລັ່ງ
(ພາບ: VGP)


(vovworld) - ​ຕອນ​ບ່າຍ​ວັນ​ທີ 16/12, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນຢ​ຸງ ໄ​ດ້​ໃຫ້​ການ​ຕ້ອນ​ຮັບທ່ານ​ນາງ Elisabeth Guigou, ປະ​ທານກຳ​ມາ​ທິ​ການການ​ຕ່າງ​ປະ​ເທດ​ສະ​ພາ​ແຫ່ງ​ຊາດ​ຝ​ລັ່ງ, ທີ່ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢືນ​ຢັນ​ວ່າ, ຫວຽດ​ນາມ ປາດ​ຖະ​ໜາ ແລະ​ ຈະ​ເຮັດ​ຈ​ົນ​ສຸດ​ຄວາມ​ສາ​ດ​ຂ​ອງ​ຕົນ ​ເພື່ອພ້ອມ​ກັບ​ຝ​ລັ່ງ ມາ​ນະ​ພະ​ຍາ​ຍາມ​​ຍູ້​​ແຮງການ​ພົວ​ພັ​ນ​ຄູ່​ຮ່ວມ​ມື​ຍຸ​ດ​ທະ​ສາດ​ໃນ​ທຸກ​ຂົງ​ເຂດ​ ຈາກ​ດ​້ານ​ການ​ເມືອງ - ການ​ຕ່າງ​ປະ​ເທດ; ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ ຕະ​ຫຼອດ​ຮອດ​ການ​ປ້ອງ​ກັນ​ຊາດ, ເຕັກ​ນິກ​ການ​ທະ​ຫານ, ວັດ​ທະ​ນະ​ທຳ, ການ​ສຶກ​ສາ - ບ​ຳ​ລຸງ​ສ້າງ… ໃຫ້​ນັບ​ມື້​ນັບ​ເຂົ້າ​ສ​ູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ​​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດໃຫ້​ທັງ 2 ຝ່າຍ. ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢຸງ ຕີ​ລາ​ຄາ​ສູງ​ປະ​ເທດ​ເຈົ້າ​ພາບ​ຝ​ລັ່ງ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມຄັ້ງ​ທີ 21 ບັນ​ດາ​ຝ່າຍ​ເຂົ້າ​ຮ່ວ​ມ​ສົົນ​ທິ​ສັນ​ຍາ​ແມ່​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ກາດ (COP 21) ປະ​ກົດ​ຜົນ​ສຳ​ເລັດ; ພ້ອ​ມ​ທັງ​ປາດ​ຖະ​ໜາ​ວ່າ ຝ​ລັ່ງ ສືບ​ຕໍ່​ສົມ​ທົບ, ໜູນ​ຊ່ວຍຫວຽດ​ນາມ ໃນ​ການ​ຜັນ​ຂະ​ຫຍ​າຍ​ຂໍ້​ຕົກ​ລົງ COP 21. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກ​ໍ​ສະ​ເໜີ​ໃຫ້​ຝ​ລັ່ງ ຕັ້ງ​ໜ້າ​ຊຸກຍ​ູ້, ​ໃຫ້​ສັດ​ຕະ​ຍາ​ບັນ​​ສັນ​ຍາ​ຄູ່​ຮ່ວມ​ມື ແລະ ການຮ່ວມ​ມື​ຮອບ​ດ້ານ​ຫວຽດ​ນາມ - EU (PCA) ກ​ໍ​ຄື​ສະ​ໜັບ​ສະ​ໜູນ​ສັນ​ຍາ​ການ​ຄ້າ​ເສ​ລີ​ຫວຽດ​ນາມ - ສະ​ຫະ​ພາບ​ເອີ​ລົບ (EVFTA) ໃຫ້​ລົງ​ນາມ ແລະ ມີ​ຜົນ​ສັກ​ສິດ​ໂດຍ​ໄວ.

      ສ່ວນ​ທ່ານ​ນາງ Elisabeth Guigou ຢືນ​ຢັນ​ວ່າ, ສະ​ພາ​ແຫ່ງ​ຊາດ​ຝ​ລັ່ງ ສະ​ໜັບ​ສະ​ໜູນ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ EU ແລະ ຫວຽດ​ນາມ​ຢ່າງ​ແຮງ, ​ທ່ານ​ນາງ​ຍັງໃຫ້​ຮູ້​​ອີກວ່າ, ​ວັນ​ທີ 17/12, ສະ​ພາ​ສູງ​ຝ​ລັ່ງ ຈະ​ພິ​ຈາ​ລະ​ນາ PCA ຢ່າງ​ເປັນ​ທາງ​ການ ແລະ ວຽກ​ງານນີ້​ຈະ​ຖືກ​ດຳ​ເນີນ​ໄປ​ໄວ​​ທີ່​ສຸດເພື່ອ​ສາ​ມາດ​​ໃຫ້​ສັດ​ຕະ​ຍາ​ບັນ​ໃນ​ຕົ້ນ​ປີ 2016.

ຂ່າວ/ບົດ​ອື່ນ