ສະພາສູງພິພາກສາຕັດສິນລົງໂທດທ່ານປະທານາທິບໍດີ Donald Trump ບໍ່ມີການກະທຳຜິດ

(VOVWORLD) -ບັນດາສະມາຊິກສະພາສູງ ອາເມລິກາ ຫາກໍ່ປ່ອນບັດຕໍ່ການຕັດສິນລົງໂທດທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ໃຊ້ສິດອຳນາດ ແລະ ກີດຂວາງສະພາແຫ່ງຊາດເກີດຂອບເຂດ. 
ສະພາສູງພິພາກສາຕັດສິນລົງໂທດທ່ານປະທານາທິບໍດີ Donald Trump ບໍ່ມີການກະທຳຜິດ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: AP)

ຄະດີພິພາກສາຢູ່ສະພາສູງ, ສະມາຊິກສະພາສູງພັກສາທາລະນະ 52 ທ່ານໄດ້ປ່ອນບັດບໍ່ມີການກະທຳຜິດ ໃນຂະນະທີ່ ສະມາຊິກສະພາສູງພັກປະຊາທິປະໄຕ 47 ທ່ານທັງໝົດໄດ້ປ່ອນບັດມີການກະທຳຜິດ. ມີພຽງແຕ່ທ່ານ Mitt Rommeny ສະມາຊິກສະພາສູງພັກສາທາລະນະຜູ້ດຽວໄດ້ປ່ອນບັດມີການກະທຳຜິດຕໍ່ການກ່າວຫາດັ່ງກ່າວ. ກ່າວຄຳເຫັນກ່ອນການປ່ອນບັດ, ທ່ານ Mitt Rommeny ໃຫ້ຮູ້ວ່າ: ຈຸດປະສົງຂອງທ່ານປະທານາທິບໍດີໃນນາມສ່ວນຕົວ ແລະ ການເມືອງ ທ່ານຈະປ່ອນບັດມີການກະທຳຜິດ ດ້ວຍການກ່າວຫາທ່ານ Trump ສວຍໃຊ້ສິດອຳນາດເກີນຂອບເຂດ.

        ໃນການສະຫລຸບສຸດທ້າຍ, ທ່ານ John Roberts ປະທານສານສູງສຸດ ອາເມລິກາ ໄດ້ປະກາດຄຳຕັດສິນທ່ານ Trump ບໍ່ມີການກະທຳຜິດດ້ວຍ 2 ການກ່າວຫາແມ່ນສວຍໃຊ້ສິດອຳນາດ ແລະ ກີດຂວາງສະພາແຫ່ງຊາດເກີນຂອບເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ