ສະພາສູງລັດເຊຍໃຫ້ສັດຕະຍາບັນFTAລະຫວ່າງEAECກັບຫວຽດນາມ

ສະພາສູງລັດເຊຍໃຫ້ສັດຕະຍາບັນFTAລະຫວ່າງEAECກັບຫວຽດນາມ - ảnh 1
(ພາບ​ປະ​ກອບ: TTXVN)

(vovworld) –​ໃນ​ວັນ​ທີ 27/4, ກອງ​ປະ​ຊຸມ​ສະ​ພາ​ສູງ​ລັດ​ເຊຍ ໃຫ້​ສັດ​ຕະ​ຍາ​ບັນ ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ລະ​ຫວ່າງ ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ-ເອີ​ລົ​ບ (EAEC) ກັບ​ຫວ​ຽດ​ນາມ. ກ່ອນໜ້ານັ້ນ Duma ແຫ່ງ​ຊາດ (ສະ​ພາ​ຕ່ຳ​ລັດ​ເຊຍ) ກໍ່​ໃຫ້​ສັດ​ຕະ​ຍາ​ບັນ​ແກ່​ສັນ​ຍາ​ສັນນີ້. ​ເປັນ​ອັ​ນ​ວ່າ, ສັນ​ຍາ ພຽງ​ແຕ່​​ລໍຖ້າ ​ທ່ານ Vladimir Putin ​ປະທາ​ນາ​ທິ​ບໍ​ດີລັດ​ເຊຍ ​ລົງ​ລາຍເຊັນຢ່າງ​ເປັນ​ທາງ​ການ ​ຈຶ່ງມີ​ຜ​ົນ​ສັກ​ສິດ. ທ່ານ Konstantin Kosachev ປະ​ທານ​ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ ​ສະ​ຫະ​ພັນ​ລັດ​ເຊຍ ໃຫ້​ຮູ້​ວ່າ ສັນ​ຍ​າ ໄດ້​​ຮັບ​ການ​ລົງ​ນາມ ເດືອນ 5/2015, ຕາມນັ້ນ ​ຈະຍົກ​​ເວັ້ນ​ພາ​ສີ​ສຳ​ລັບ ສີນ​ຄ້າ ຄ້າ​ຂາຍ ລະ​ຫວ່າງ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ EAEC ກັບ ຫວຽດ​ນາມ. ສັນ​ຍາ ກຳ​ນົດ ເຖິງການ​ເພີ່ມ​ເຕີມ ບັນ​ດາ​ຂໍ້​ກຳ​ນົດ​ ກ່ຽວ​ກັບ​​ອາ​ນາ​ໄມ ແລະ ການກວດ​​ສຸ​ຂະ​ອະ​ນາ​ໄມ​ພືດ, ມາດ​ຕະ​ຖານ​ເຕັກ​ນິກ, ​ການຄຸ້ມ​ຄອງ​ພາ​ສີ, ​ນຳ​ໃຊ້​ບັນ​ດາ​ມາດ​ຕະ​ການປ້ອງ​ກັນ ແລະ ບັນ​ດາ​ມາດ​ຖານ ເພື່ອ​ກຳ​ນົດ ວຽກການ​ຜະ​ລິດ​ສີນ​ຄ້າ​ຢ່າງ​ຄົບ​ຖ້ວນ. ທ່ານ Kosachev ກໍ່ເຕື້ອງ​ເຖິງ ​ຄ​ວາມ​ສຳ​ຄັນດ້ານ​ການ​ເມືອງ ຂອງ​ສັນ​ຍາ ຄື​​ດັ່ງການ​ຮັບຮອງ​ຂອງ​ສາ​ກົນ ສຳ​ລັບ EAEC.

        ນີ້​ແມ່ນ​ຄັ້ງ​ທຳ​ອິດ ນັບ​ແຕ່​​ໄດ້​ຮັບ​ການສ້າງ​ຕັ້ງ, EAEC (ປະ​ກອບ​ມີ​ບັນ​ດາ​ສະ​ມາ​ຊິກ​ເຊັ່ນ​: ລັດ​ເຊຍ, ເບ​ລາ​ຣຸດສ, ກາ​ຊັກ​ສະ​ຖານ, ອາ​ກເມ​ເນ,  ແລະ ​ກຽກ​ກີ​ສະ​ຖານ) ລົງ​ນາມ FTA  ກັບ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​​ການ​ຕ່າງ​ປະ​ເທດໜຶ່ງ. ກ່ອນ​ໜ້ານັ້ນ, ຕາມ​ ທ່ານ Viktor Khristenko ປະ​ທາ​ນຳ​ມາ​ທິ​ການ​ເສດ​ຖະ​ກິດ ອາ​ຊີ-ເອີ​ລົບ ແລ້ວ, FTA ກັບ ຫວຽດ​ນາມ ​ອະ​ນຸ​ຍາດ​ ໃຫ້ຍົກ​ເວັ້ນ​​ພາ​ສີ ສຳ​ລັ​ບ 88% ບັນ​ດາ​ປະ​ເພດ​ສີນ​ຄ້າ ການ​ຄ້າ​ປັດ​ຈຸ​ບັນ ລະ​ຫວ່າງ EAEC ແລະ ຫວຽດ​ນາມ. ປັດ​ຈຸ​ບັນ​​ວົງ​ເງິນ​ການ​ຄ້າ ລະ​ຫວ່າງ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ EAEC ກັບ ຫວຽດ​ນາມ ພວມ ຢູ່​ໃນ​ລະ​ດັບ​ຕ່ຳ, ​ແມ່ນປະ​ມານ 4 ຕື້​ໂດ​ລາ​ສະ​ຫາ​ລັດ. ວຽກ​ລົງ​ນາມ​ໃນ​ສັນ​ຍາ FTA ​ຈະສາ​ມາດ​ຊ່ວຍ​ເພີ່ມ​ວົງ​ເງິນ​ການ​ຄ້າ ຂື້ນ​ເປັ​ນ 10 ຕື້ ໂດ​ລາ​ສະ​ຫາ​ລັດ/ປີ ໃນ ປີ 2020.

ຂ່າວ/ບົດ​ອື່ນ