ສະພາສູງອາເມລິກາ ຮັບຮອງເອົາມະຕິ ກ່ຽວກັບທະເລຕາເວັນອອກ

ສະພາສູງອາເມລິກາ ຮັບຮອງເອົາມະຕິ ກ່ຽວກັບທະເລຕາເວັນອອກ - ảnh 1
ທ່ານ​ Menendez ສະມາຊິກ​ສະພາ​ສູງ ອາ​ເມ​ລິ​ກາ

(ພາບ:theridgewoodblog.net)

(vovworld)-​  ​ສະພາ​ສູງ​ອາ​ເມ​ລິ​ກາ ຫາ​ກໍ່​ຮັບຮອງ​ເອົາ​ມະຕິ​​ເລກທີ 167 ຮຽກຮ້ອງ​ໃຫ້​ມາດ​ຕະການ​ສັນຕິພາບ​ໃຫ້​ແກ່​ບັນດາ​ການ​ພິພາດ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ທະ​ເລ​ຮວາ​ຕຸ​ງ ດ້ວຍ​ອັດຕາ​ສ່ວນ​ເຫັນ​ດີ​ຢ່າງຂາດ​ຂັ້ນ. ມະຕິ​​ເລກທີ 167 ມີ​ເນື້ອ​ໃນ​ຊຸກຍູ້​ປະ​ເທດ​ຕ່າງໆ​ມີ​ຖະ​ແຫຼ​ງການ​ອະທິປະ​ໄຕ​ຢູ່ທະ​ເລ​ຕາ​ເວັນ​ອອກ ​ແລະ ທະ​ເລ​ຮວາ​ຕຸ​ງ ຈົ່ງ​ສ້າງ ​ແລະ ຮັບຮອງ​ເອົາ​ປະມວນຂໍ້​ກຳນົດການ​ປະພຶດ​ເພື່ອ​ຫລີກ​ລ້ຽງ​ການ​ປະ​ທະ​ກັນ. ມະຕິ​ຮຽກຮ້ອງ​ໃຫ້​ສະພາ​ສູງ​ອາ​ເມ​ລິ​ກາ ຕ້ອງ​ກ່າວປະນາມ​ການ​ກະທຳ​ນາບ​ຂູ່, ບັງຄັບ ​ແລະ ນຳ​ໃຊ້​ກຳລັງ​ອາວຸດ​ຂອງ​ທະຫານ​ເຮືອ, ຕຳຫຼວດ​ທະ​ເລ, ​ເຮືອ​ຫາ​ປາຫລື​ຍົນ​ທະຫານ ​ແລະ ພົນລະ​ເຮືອນ​ຢູ່ທະ​ເລ​ຕາ​ເວັນ​ອອກ ​ແລະ ທະ​ເລ​ຮວາ​ຕຸ​ງ ​ດ້ວຍ​ຈຸດປະສົງ​ຢັ້ງຢືນ​ອະທິປະ​ໄຕ​ເຂດທະ​ເລ ​ແລະ ອະທິປະ​ໄຕ​ເຂດ​ດິນ​ແດນ, ປ່ຽນ​ແປງ​ສະພາບ​ການ​ຢູ່ທະ​ເລ​ຕາ​ເວັນ​ອອກ ​ແລະ ທະ​ເລ​ຮວາ​ຕຸ​ງ. ມະຕິ​ຮຽກຮ້ອງ​ໃຫ້​ອາ​ຊຽນ ​ແລະ ຈີນ ຈົ່ງ​ສ້າງ​ປະມວນ​ຂໍ້​ກຳນົດການປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່ທະ​ເລ​ຕາ​ເວັນ​ອອກ.

  ກ່າວ​ຄຳ​ເຫັນ​ເມື່ອ​ຮັບຮອງ​ເອົາ​ມະຕິ​ດັ່ງກ່າວ, ທ່ານ​ Menendez ສະມາຊິກ​ສະພາ​ສູງ ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ: ອາ​ເມ​ລິ​ກາ ຈະ​ຍື່ນ​ມື​ເຂົ້າການ​ພິພາດ​ຕ່າງໆ​ຢູ່ທະ​ເລ​ຕາ​ເວັນ​ອອກ ​ແລະ ທະ​ເລ​ຮວາ​ຕຸ​ງ ​ໂດຍ​ຜ່ານ​ທາງ​ການ​ທູດ. ທ່ານ​ໃຫ້​ຮູ້​ວ່າ: ການ​ພິພາດ​ກັນ​ຢູ່​ອາຊີ-ປາຊີ​ຝິກ ​ໃນ​ປະ​ຈຸ​ບັນ ບໍ່​ແມ່ນ​ບັນຫາ​ຂອງ​ອະດີດຕະການ ຫາກ​​ກ່ຽວຂ້ອງ​ຢ່າງ​ແໜ້ນ​ແຟ້ນ​ເຖິງ​ອະນາຄົດ​ຂອງ​ພາກ​ພື້ນ​ທີ່​ຖືກຖື​ວ່າ ​ແມ່ນ​ຈຸດ​ສຸມ​ຂອງ​ການ​ພັດທະນາ​ເສດຖະກິດ​ທົ່ວ​ໂລກ​ໃນສັດຕະວັດ​ທີ 21.

 

ຂ່າວ/ບົດ​ອື່ນ