ສະພາສູງອາເມລິກາ ໃຫ້ສັດຕະຍາບັນ ທ່ານນາງJanetYellen ເປັນປະທານ FED


ສະພາສູງອາເມລິກາ ໃຫ້ສັດຕະຍາບັນ ທ່ານນາງJanetYellen ເປັນປະທານ FED - ảnh 1

(ພາບ: baomoi.com)

 (vovworld)- ​ ​ ພາຍຫ​ລັງ​ໄດ້​ຮັບ​ການສະ​ເໜີ​ຈາກ​ທ່ານ​ປະທານາທິບໍດີ Barack Obama ​ເປັນ​ເວລາ 3 ​ເດືອນ, ວັນ​ທີ 6/1, ສະພາ​ສູງ​ອາ​ເມ​ລິ​ກາ  ​ໄດ້​ໃຫ້​ສັດຕະຍາບັນທ່ານ​ນາງ JanetYellen ຮອງ​ປະທານ​ທະນາຄານ​ສະ​ສົມ​ສະຫະລັດ​ອາ​ເມ​ລິ​ກາ (FED) ​ເປັນ​ປະທານ​ອົງການ​ນີ້​ຢ່າງ​ເປັນ​ທາງ​ການ. ດ້ວຍ​ບັດ​ເຫັນ​ດີ 56 ບັດ, ບັດ​ຄັດຄ້ານ 26 ບັດ, ທ່ານ​ນາງ JanetYellen, ອາຍຸ 67 ປີ​ກາຍ​ເປັນ​ຜູ້​ດຳລົ​ງຕຳ​ແຫຼ່ງປະທານ FED ​ໃນ​ປະຫວັດສາດ​ 100 ປີ​ຂອງ​ອົງການ​ສະຫະລັດ​ນີ້. ທ່ານ​ນາງ JanetYellen ​ເປັນ​ຮອງ​ປະທານ​ອົງການ FED ນັບ​ແຕ່​ປີ 2010. ວົງ​ການ​ນັກ​ລົງທຶນ​ມີ​ຄວາມມູ່ງຫວັງ​ວ່າ, ​ໃນ​ຖານະ​ເປັນ​ປະທານ FED, ທ່ານ​ນາງ JanetYellen ຈະ​ສືບ​ຕໍ່​ໄປ​ຕາມ​ນະ​ໂຍບາຍ​ຜ່ອນຄາຍ​ເງິນຕາ. ​ໃນ​ສະ​ເພາະ​ໜ້​າ, ທ່ານ​ນາງ JanetYellen ຕ້ອງ​ມີ​ຂໍ້​ຕົກລົງ​ກ່ຽວ​ກັບ​ບ້ວງ​ເງິນ​ກູ້​ຊ່ວຍ​ທີ 3 (QE-3) ຊື່​ງຕາມ​ນັ້ນ​ແລ້ວ, ນັບ​ແຕ່​ເດືອນ 1/2014 ​ເປັນ​ຕົ້ນ​ໄປ, ​ແຕ່ລະ​ເດືອນ, FED ຕົງ​ລົງ​ຈາ​ຍຈຳນວນ​ເງິນ 75 ຕື້​ໂດ​ລາ​ສະຫະລັດ​ເພື່ອ​ຊື້​ພັນທະບັດ​ໄລຍະ​ຍາວ​ເພື່ອ​ຮັກສາ​ໃຫ້​ອັດຕາ​ດອກ​ເບັ້ຍຢູ່​ລະດັບ​ຕ່ຳ​ເພື່ອ​ສົ່ງ​ເສີມ​ການ​ລົງທຶນ ​ແລະ ບັນດາ​ບ້ວງ​ເງິນ​ກູ້​ຢືມ./.



ຂ່າວ/ບົດ​ອື່ນ