ສະພາສູງອາເມລິກາປະຕິເສດຄວາມມານະພະຍາຍາມສະກັດກັ້ນປະທານາທບໍດີ D.Trump ປຸກລະດົມສົງຄາມກັບອີຣານ

(VOVWORLD) -ສະມາຊິກລັດຖະສະພາພັກປະຊາທິປະໄຕ Tim Kaine ແລະ Tom Udall ໄດ້ສະເໜີປະຕິເສດສິດຂອງທ່ານປະທານາທິບໍດີ D.Trump ໃນການນຳໃຊ້ງົບປະມານເພື່ອຜັນຂະຫຍາຍການເຄື່ອນໄຫວດ້ານການທະຫານ ຖ້າຫາກບໍ່ໄດ້ຮັບຄວາມເຫັນດີເຫັນພ້ອມຈາກສະພາແຫ່ງຊາດ.
ສະພາສູງອາເມລິກາປະຕິເສດຄວາມມານະພະຍາຍາມສະກັດກັ້ນປະທານາທບໍດີ D.Trump ປຸກລະດົມສົງຄາມກັບອີຣານ - ảnh 1 (ພາບປະກອບ: AFP/TTXVN)

ວັນທີ 28 ມິຖຸນາ, ສະພາສູງອາເມລິກາ ໄດ້ສະກັດກັ້ນຄວາມມານະພະຍາຍາມເພື່ອແນໃສ່ຈຳກັດສິດອຳນາດຂອງທ່ານປະທານາທິບໍດີ Donald Trump ໃນການປຸກລະດົມການບຸກໂຈມຕີຕ້ານອີຣານ. ສະມາຊິກລັດຖະສະພາພັກປະຊາທິປະໄຕ Tim Kaine ແລະ Tom Udall ໄດ້ສະເໜີປະຕິເສດສິດຂອງທ່ານປະທານາທິບໍດີ D.Trump ໃນການນຳໃຊ້ງົບປະມານເພື່ອຜັນຂະຫຍາຍການເຄື່ອນໄຫວດ້ານການທະຫານ ຖ້າຫາກບໍ່ໄດ້ຮັບຄວາມເຫັນດີເຫັນພ້ອມຈາກສະພາແຫ່ງຊາດ. ຂໍ້ສະເໜີດັ່ງກ່າວໄດ້ເພີ່ມເຕີມເຂົ້າໃນຮ່າງກົດໝາຍທີ່ມີຊື່ວ່າ ກົດໝາຍວ່າດ້ວຍລາຍຈ່າຍປ້ອງກັນຊາດປີ 2020 (NDAA) ແລະ ຕ້ອງການໄດ້ຮັບບັດເຫັນດີຢ່າງໜ້ອຍສຸດແມ່ນ 60 ບັດຢູ່ສະພາສູງ ລວມມີ 100 ທີ່ນັ່ງ ໂດຍພັກສາທາລະນະຄວບຄຸມຈຶ່ງສາມາດຮັບຮອງເອົາໄດ້. ເຖິງຢ່າງໃດກໍ່ຕາມ, ປະຈຸບັນມີບັດຄ້ານກວ່າ 40 ບັດແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ