ສະພາສູງອາເມລິກາຢືນຢັນຄືນໃໝ່ຄຳໝັ້ນສັນຍາມອບໂອນສິດອຳນາດໃນສັນຕິພາບ

(VOVWORLD) -ສະພາສູງອາເມລິກາ ໄດ້ຮັບຮອງເອົາມະຕິສະບັບໜຶ່ງຢືນຢັນຄືນໃໝ່ກ່ຽວກັບການສະໜັບສະໜູນວິວັດກຫັນປ່ຽນສິດອຳນາດໃນສັນຕິພາບ.
ສະພາສູງອາເມລິກາຢືນຢັນຄືນໃໝ່ຄຳໝັ້ນສັນຍາມອບໂອນສິດອຳນາດໃນສັນຕິພາບ - ảnh 1 (ພາບປະກອບ: middleeastmonitor.com)

ຕອນບ່າຍວັນທີ 24 ກັນຍາ (ຕາມເວລາທ້ອງຖິ່ນ), ສະພາສູງອາເມລິກາ ໄດ້ຮັບຮອງເອົາມະຕິສະບັບໜຶ່ງຢືນຢັນຄືນໃໝ່ກ່ຽວກັບການສະໜັບສະໜູນວິວັດກຫັນປ່ຽນສິດອຳນາດໃນສັນຕິພາບ. ການກະທຳຂອງສະພາສູງອາເມລິກາ ຖືກດຳເນີນພາຍຫຼັງການກ່າວປາໄສກ່ອນໜ້ານັ້ນ 1 ວັນຂອງທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ເຮັດໃຫ້ຫາງສຽງມີຄວາມວິຕົກກັງວົນຕໍ່ເລື່ອງມອບໂອນສິດອຳນາດໂດຍສັນຕິຈະບໍ່ຖືກດຳເນີນໄປ, ຖ້າຫາກທ່ານຖືກປະລາໄຊການເລືອກຕັ້ງໃນເດືອນ ພະຈິກ ຈະມາເຖິງ. ມະຕິໂດຍທ່ານສະມາຊິກສະພາສູງສັງກັດພັກປະຊາທິປະໄຕ Joe Manchin ສະເໜີ, ເຊິ່ງໄດ້ຮັບຄວາມເຫັນດີຂອງສະມາຊິກສະພາແຫ່ງຊາດທັງໝົດຈາກທັງ 2 ພັກຢູ່ສະພາສູງອາເມລິກາ.

          ໃນເຫດການທີ່ກ່ຽວຂ້ອງ, ວັນທີ 24 ກັນຍາ, ທ່ານປະທານາທິບໍດີອາເມລິກາ Donald Trump ຈະຍອມຮັບຄຳຕັດສິນຂອງສານສູງສຸດ ກ່ຽວກັບການເລືອກຕັ້ງປີ 2020. ທ່ານ Donal Trump ໃຫ້ຮູ້ວ່າ, ຖ້າຫາກສານສູງສຸດອອກຄຳຕັດສິນວ່າ ທ່ານ Joe Biden ຍາດໄດ້ໄຊຊະນະນັ້ນ, ທ່ານຈະຍອມຮັບຄຳຕັດສິນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ