ສະພາສູງອາເມລິກາຮັບຮອງເອົາມະຕິຮຽກຮ້ອງຈີນເຮັດໃຫ້ທະເລຕາເວັນອອກກັບຄືນສູ່ສະພາບເດີມຄືກ່ອນວັນທີ1/5/2014

 (vovworld)- ດ້ວຍ​ບັດ​ເຫັນ​ດີ​ທັງ​ໝົດ, ວັນ​ທີ 10/7, ສະພາ​ສູງ​ອາ​ເມ​ລິ​ກາ ​ເຫັນ​ດີ​ຮັບຮອງ​ເອົາ​ມະຕິ ຄັດຄ້ານ​ບັນດາ​ການ​ກະທຳ​ເກາະ​ຜິດ​ຂອງ​ຈີນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ທະ​ເລ​ຮວາ​ຕຸ​ງ. ພິ​ເສດ ມະຕິ​ໄດ້ ​ຮຽກຮ້ອງ​ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ 981 ພ້ອມ​ກັບ​ບັນດາ​ກຳລັງ​ຄຸ້ມ​ຊູ, ເຮັດ​ໃຫ້​ທະ​ເລ​ຕາ​ເວັນ​ອອກ​ກັບ​ຄືນ​ສູ່​ສະ​ພາບ​ເດີມ​ຄື​ກ່ອນ​ວັນ​ທີ1/5/2014. ມະຕິ​ສະບັບ​ດັ່ງກ່າວ​ໄດ້​ຢືນຢັນຄືນ​ການ​ສະຫນັບສະຫນູນ​ຂອງ​ລັດຖະບານ ອາ​ເມ​ລິ​ກາ ສຳລັບ​ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ, ການ​ນຳ​ໃຊ້​ບັນດາ​ເຂດ​ທະ​ເລ ​ແລະ ​ເຂດ​ນ່ານຟ້າ​ຢູ່​ພາກ​ພື້ນ ອາຊີ ປາຊີ​ຟີ​ກ ຢ່າງ​ຖືກ​ຕ້ອງກັບ​ກົດໝາຍ ກໍ​ຄືມາດ​ຕະການທາງ​ການ​ທູດ, ສັນ​ຕິ​ພາບ ສຳລັບ​ການ​ທວງ​ເອົາ ​ແລະ ຄວາມ​ຂັດ​ແຍ້​ງຢູ່​ທະ​ເລ​ຕາ​ເວັນອອກ ​ແລະ ຜືນ​ແຜ່ນດິນ.

ສະພາສູງອາເມລິກາຮັບຮອງເອົາມະຕິຮຽກຮ້ອງຈີນເຮັດໃຫ້ທະເລຕາເວັນອອກກັບຄືນສູ່ສະພາບເດີມຄືກ່ອນວັນທີ1/5/2014 - ảnh 1
ກຳປັ່ນຄຸ້ມຊູຂອງຈີນ ຢູ່ ໃກ້ກັບບໍລິເວນຕັ້ງຮ້ານເຈາະນ້ຳມັນ

ມະ​ຕິ​ສະບັບ​ດັ່ງກ່າວ​ຊີ້​ແຈ້ງວ່າ ​ໂດ​ຍ​ແມ່ນ​ປະ​ເທດ​ມະຫາ​ອຳນາດ​ຢູ່ ອາຊີ ປາຊີ​ຟີ​ກ, ​ ອາ​ເມ​ລິ​ກາມີ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ໃນ​ການຮັກສາ​ຄວາມ​ເສລີ​ການ​ເຄ່ືອນ​ໄຫວ​ໃນ​ເຂດ​ນ່ານທະ​ເລ ​ແລະ ​ເຂດ​ນ່ານຟ້າ​ສາກົນ​ຢູ່ ອາຊີ ປາຊີ​ຟີ​ກ ກໍ​ຄື​ໃນ​ທົ່ວ​ໂລກ. ສະພາ​ສູງ​ອາ​ເມລິ​ກາ ກ່າວ​ປະນາມ​ບັນດາ​ການ​ກະທຳ ນາບ​ຂູ່ ຫລື​ນຳ​ໃຊ້​ກຳລັງ​ອາວຸດ ​ເພື່ອ​ກີດ​ຂວາງ​ຄວາມ​ເສລີ​ໃນ​ການ​ເຄື່ອນ​ໄຫວ​ຢູ່​ເຂດ​ນ່ານຟ້າ​ສາກົນ, ​ປ່ຽນ​ແປງ​ສະພາບ​ເດີມ ຫລື​ກໍ່​ຂາດ​ຄວາມ​ສະຖຽນ​ລະ​ພາ​ບສຳລັບ​ພາກ​ພື້ນ ອາຊີ​ປາຊີ​ຟີ​ກ.

ມະຕິ​ຊີ້​ແຈ້ງ ບັນດາ​ການ​ທວງ​ເອົາ​ອະທິປະ​ໄຕ​ຜືນ​ແຜ່ນດິນ​ຂອງ​ຈີນ ພ້ອມ​ກັບ​ບັນດາ​ການ​ກະທຳ​ຫນູນ​ຫລັງ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ​ຮ້ານ​ເຈາະ​ນ້ຳມັນຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫລ່​ທະວີບ​ຂອງ​ຫວຽດນາມ ​ແມ່ນ​ການ​ຄິດ​ໄລ່​ຕາມ​ລຳພັງ​ຝ່າຍ​ດຽວ​ເພື່ອ​ປ່ຽນ​ແປງ​ສະພາບ​ການຢູ່​ທະ​ເລ​ຕາ​ເວັນ​ອອກ ດ້ວຍ​ການ​ນຳ​ໃຊ້​ກຳລັງ​ອາວຸດ ​ແລະ ມີ​ສັນຍານ​ລະ​ເມີດ​ຖະ​ແຫລ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ມະຕິ​ໄດ້​ຮຽກຮ້ອງ​ລັດຖະບານ​ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ​ ​ແລະ ບັນດາ​ກຳລັງ​ທະ​ເລທີ່​ກ່ຽວຂ້ອງ​ອອກ​ຈາກ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫລ່​ທະວີບ​ຂອງ​ຫວຽດນາມ, ຢຸດ​ຕິ​ການ​ກະທຳ​ລະ​ເມີດ​ສົນທິສັນຍາ​ສາກົນ ກ່ຽວ​ກັບ​ການ​ປ້ອງ​ກັນການ​ຕຳ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ເຮັດ​ໃຫ້​ທະ​ເລ​ຕາ​ເວັນ​ອອກ​ກັບ​ຄືນ​ສູ່​ສະ​ພາບ​ເດີມ​ຄື​ກ່ອນ​ວັນ​ທີ1/5/2014.

ຂ່າວ/ບົດ​ອື່ນ