ສະພາສິດທິມະນຸດ ສ.ປ.ຊ ຮັບຮອງ UPR ຂອງຫວຽດນາມ

ສະພາສິດທິມະນຸດ ສ.ປ.ຊ ຮັບຮອງ UPR ຂອງຫວຽດນາມ - ảnh 1
(ພາບປະກອບ)

(vovworld)- ວັນ​ທີ 20/6 ຢູ່​ເຊີ​ແນວ​ປະ​ເທດ​ສະ​ວິດ, ສະພາ​ສິດທິ​ມະນຸດ ສ.ປ.ຊ ​ໄດ້​ໂຮມ​ກອງປະຊຸມຄົບ​ຄະນະ ​ໂດຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຢ່າງ​ສູງ ຮັບຮອງ​ເອົາ​ບົດ​ລາຍ​ງານ​ປະຈຳ​ໄລຍະ​ກ່ຽວ​ກັບ​ການ​ກວດກາ​ສະພາບການ​ຮັບປະກັນ​ສິດທິ​ມະນຸດຢູ່​ຫວຽດນາມ​ໄລຍະ​ທີ 2 ​ໃນ​ຂອບ​ເຂດ​ກົນ​ໄກ​ກວດກາ​ປະຈຳ​ໄລຍະ (UPR). ທີ່​ກອງ​ປະຊຸມ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ຫງວຽນ​ຈຸ​ງ​ແທ່ງ, ຫົວໜ້າ​ຄະນະ​ຜູ້ຕາງໜ້າ​ຫວຽດນາມ​ປະຈຳ​ເຊີ​ແນວ​ໄດ້​ປະກາດ​ກັບ​ສະພາ​ສິດທິ​ມະນຸດກ່ຽວ​ກັບ ບັນຊີ​ລາຍ​ຊື່​ຂໍ້​ສະ​ເໜີ​ແນະ 182 ຂໍ້​ທີ່​ຫວຽດນາມ​ໄດ້​ຍອມຮັບ​​ໃນ​ຍອດ​ຈຳນວນ 227 ຂໍ້​ທີ່​ບັນດາ​ປະ​ເທດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ​ໄດ້​ຍົກ​ອອກ​ມາ​ໃນ​ການ​​ກວດກາ​ສະພາບການ​ຮັບປະກັນ​ສິດທິ​ມະນຸດ​ຄັ້ງທີ 2 ສຳລັບຫວຽດນາມ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ຫງວຽນ​ຈຸ​ງ​ແທ່ງ ຍັງປະກາດວ່າ ຫວຽດນາມຈະຜັນຂະຫຍາຍ ປະຕິບັດ ຂໍ້​ສະ​ເໜີ​ແນະ 182 ຂໍ້​ ກໍ​ຄື​ບັນດາ​ຄຳ​ໝັ້ນ​ສັນຍາ​ສາກົນ​ອື່ນໆ​ຢ່າງ​ເຂັ້ມ​ງວດ. 
ຂ່າວ/ບົດ​ອື່ນ