ສະພາສິດທິມະນຸດສປຊຮັບຮອງເອົາມະຕິກ່ຽວກັບສິດທິເດັກແລະການປ່ຽນແປງຂອງດິນຟ້າອາກາດໂດຍຫວຽດນາມຮຽບຮຽງ

ສະພາສິດທິມະນຸດສປຊຮັບຮອງເອົາມະຕິກ່ຽວກັບສິດທິເດັກແລະການປ່ຽນແປງຂອງດິນຟ້າອາກາດໂດຍຫວຽດນາມຮຽບຮຽງ - ảnh 1
ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມຊຸດທີ 32 ຂອງສະພາສິດທິມະນຸດ
(ພາບ: ສຳນັກຂ່າວສານ ຫວຽດນາມ)

(vovworld) – ​ໃນ​ວັນ​ທີ 30/6 – 1/7, ສະພາ​ສິດທິ​ມະນຸດ ສ​ປຊ ​ໄດ້​ດຳ​ເນີນ​ບັນດາ​ວາລະ​ປຶກສາ​ຫາລື​ສຸດ​ທ້າຍ, ຮັບ​ຮອງ​ເອົາມະຕິ 34 ສະບັບ, ​ໃນ​ນັ້ນ​ມີ​ຮ່າງ​ມະຕິ​ກ່ຽວ​ກັບ​ສິດ​ທິເດັກ ​ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໂດຍ ຫວຽດນາມ ​ແມ່ນ​ຜູ້​ຮຽບຮຽງ​ພ້ອມກັບ ຟີ​ລິບ​ປິນ ​ແລະ ບັງ​ກະລາ​ເດ​ສ. ​ໂດຍ​ຜ່ານ​ການ​ທາ​ບທາມ​ຄວາມ​ເຫັນ​ຫຼາຍ​ຄັ້ງ​ທີ່​ແກ່ຍາວ​ເປັນ​ເວລາ 3 ອາທິດ, ມະຕິ​ໄດ້​ຮັບ​ຮູ້​ຫຼາ​ຍຄຳ​ເຫັນ​ສະໜັບສະໜູນ ​ແລະ ການ​ປະກອບ​ເນື້ອ​ໃນ​ຕັ້ງໜ້າ​ຈາກ​ຫຼາຍປະ​ເທດ, ບັນດາ​ອົງກາ​ນສາກົນ, ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ ​ແລະ ​ວົງ​ການ​ນັກຄົ້ນ​ຄ້ວາສາກົນ. ​ໃນ​ວິວັດ​ການ​ນັ້ນ, ຫວຽດນາມ ຢັ້ງຢືນ​ບັນດາ​ຜົນ​ກະທົບ​ທີ່​ຫຍໍ້​ທໍ້​ຂອງ​ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ​ໄດ້​ກໍ່​ຜົນ​​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ຕໍ່​ການ​ໄດ້​ຊົມ​ໃຊ້​ບັນ​ດາ​ສິດ​ຂອງ​ມະນຸ​ດ, ​ໃນ​ນັ້ນ​ມີ​ສິດ​​ໄດ້​ດຳລົງ​ຊີວິດ, ສິດ​ມີ​ທັນ​ຍາ​ຫານ, ສິດ​ໄດ້​ຮັບ​ກນສົ່​ງ​ເສີມ​ສຸຂະພາບ…

        ບົນ​ພື້ນຖານ​ຂໍ້​ລິ​ເລີ່​ມ ​ແລະ ການ​ປະກອບ​ຢ່າງ​ເປັນ​ເຈົ້າ​ການ, ມີ​ຄວາມ​ຮັບຜິດຊອບ​ຂອງ ຫວຽດນາມ, ສະພາ​ສິດທິ​ມະນຸດ​ໄດ້​ເຫັນ​ດີ​ເຫັນ​ພ​້ອມຮັບຮອງ​ເອົາ​ມະຕິ​ດ້ວຍ​ເນື້ອ​ໃນ​ຕົ້ນຕໍ. ພ້ອມ​ທັງ​ຢັ້ງຢືນ​ວ່າ: ຄວາມ​​ເອົາ​ໃຈ​ໃສ່​ຂອງ​ປະຊາ​ຄົມ​ສາກົນ​ສຳລັບ​ການ​ພົວພັນ​ລະຫວ່າງ​ສິດ​ທິເດັກ ​ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຈັດ​ຕັ້ງ​ວາລະ​ປຶກສາ​ຫາລື​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ຫົວ​ຂໍ້​ນີ້​ທີ່​ກອງ​ປະຊຸມຊຸດ​ທີ 34 ສະພາ​ສິດທິ​ມະນຸດ (​ເດືອນ 3/2017) ກໍ່​ຄື​ຮຽກຮ້ອງ​ໃຫ້​ບັນດາ​ອົງການ​ຂອງ ສປຊ ປະຕິບັດ​ບັນດາ​ການ​ຄົ້ນ​ຄ້ວາກ່ຽວ​ກັບ​ຫົວ​ເລື່ອງ​ນີ້.


ຂ່າວ/ບົດ​ອື່ນ