ສະພາເດັກນ້ອຍ-ເວທີປາໄສໃຫ້ແກ່ເດັກນ້ອຍສະແດງຄວາມມຸ່ງມາດປາດຖະໜາ, ທັດສະນະ

(VOVWORLD) -ມາຮອດປະຈຸບັນ, ທົ່ວປະເທດສ້າງຕັ້ງ 14 ສະພາເດັກນ້ອຍຂັ້ນແຂວງ ແລະ 17 ສະພາຂັ້ນເມືອງ. ຄຽງຂ້າງນັ້ນ, ບັນດາກອງປະຊຸມປະຈຳ, ຫຼາຍແຂວງ, ນະຄອນ ໄດ້ຈັດກອງປະຊຸມ, ພົບປະ, ຈັດການໂອ້ລົມສົນທະນາໂດຍກົງລະຫວ່າງສະພາເດັກນ້ອຍກັບການນຳຄະນະພັກແຂວງ, ສະພາປະຊາຊົນແຂວງ
ສະພາເດັກນ້ອຍ-ເວທີປາໄສໃຫ້ແກ່ເດັກນ້ອຍສະແດງຄວາມມຸ່ງມາດປາດຖະໜາ, ທັດສະນະ - ảnh 1ສະພາເດັກນ້ອຍ ສ້າງຕັ້ງ ແລະ ຜັນຂະຫຍາຍທົດລອງຢູ່ໃນລະດັບຂັ້ນແຂວງໃນໄລຍະ 2017-2020
(ພາບ: TTXVN)

ສະພາເດັກນ້ອຍ ໂດຍສະພາກອງເຍົາວະຊົນສູນກາງ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ສ້າງຕັ້ງ ແລະ ຜັນຂະຫຍາຍທົດລອງຢູ່ໃນລະດັບຂັ້ນແຂວງໃນໄລຍະ 2017-2020. ສະພາເດັກນ້ອຍໂດຍເດັກນ້ອຍເປັນຜູ້້ບໍລິຫານໂດຍກົງຈັດຕັ້ງປະຈຳ, ເພື່ອສະແດງຄວາມເຫັນ, ຄວາມມຸ່ງມາດປາດຖະໜາ, ແລກປ່ຽນ, ໂອ້ລົມສົນທະນາກັບຜູ້ຕາງໜ້າສະພາປະຊາຊົນທຸກຂັ້ນ ກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງເດັກນ້ອຍຢູ່ແຕ່ລະທ້ອງຖິ່ນ.

ມາຮອດປະຈຸບັນ, ທົ່ວປະເທດສ້າງຕັ້ງ 14 ສະພາເດັກນ້ອຍຂັ້ນແຂວງ ແລະ 17 ສະພາຂັ້ນເມືອງ. ຄຽງຂ້າງນັ້ນ, ບັນດາກອງປະຊຸມປະຈຳ, ຫຼາຍແຂວງ, ນະຄອນ ໄດ້ຈັດກອງປະຊຸມ, ພົບປະ, ຈັດການໂອ້ລົມສົນທະນາໂດຍກົງລະຫວ່າງສະພາເດັກນ້ອຍກັບການນຳຄະນະພັກແຂວງ, ສະພາປະຊາຊົນແຂວງ, ສ້າງກາລະໂອກາດເພື່ອໃຫ້ພວກນ້ອງສະເໜີຄຳເຫັນ, ຂໍ້ສະເໜີແນະຕໍ່ການນຳ. ພາຍຫຼັງປະຕິບັດການຜັນຂະຫຍາຍມາເປັນເວລາ 3 ປີ, ຮູບແບບດັ່ງກ່າວໄດ້ຮັບການຕີລາຄາສູງ, ປະກອບສ່ວນຍົກສູງສະຕິຄວາມຮັບຮູ້ຂອງອຳນາດການປົກຄອງ, ບັນດາຂະແໜງການ, ໝູ່ຄະນະ ແລະ ທົ່ວສັງຄົມ ກ່ຽວກັບບົດບາດສຳຄັນຂອງວຽກງານປົກປ້ອງ, ເບິ່ງແຍງດູແລ ແລະ ສຶກສາເຍົາວະຊົນ, ອະນຸຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ