ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ຂຶ້ນ​ບັນ​ດາ​ວິ​ທີ​ການຈັດ​ຕັ້ງ​ກອງ​ປະ​ຊຸມ​ເຈ​ລະ​ຈາ ໃຫ້​ແກ່​ບັນ​ດາ​ແຂວງ​ພວມ​ດຳ​ເນີນ​ການ​ແຍກ​ຫ່າງ​ໃນ​ສັງ​ຄົມ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ຕອນເຊົ້າວັນທີ 4 ກຸມພາ, ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມເຈລະຈາຄັ້ງທີ 1 ໂດຍແນະນຳຜູ້ສະໝັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ XV, ອາຍຸການ 2021 – 2026. ກອງປະຊຸມໄດ້ປະຕິບັດຢູ່ຮ່າໂນ້ຍ ແລະ ຈຸດຖ່າຍທອດສົດ 5 ແຫ່ງຢູ່ບັນດາທ້ອງຖິ່ນ.
ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ຂຶ້ນ​ບັນ​ດາ​ວິ​ທີ​ການຈັດ​ຕັ້ງ​ກອງ​ປະ​ຊຸມ​ເຈ​ລະ​ຈາ ໃຫ້​ແກ່​ບັນ​ດາ​ແຂວງ​ພວມ​ດຳ​ເນີນ​ການ​ແຍກ​ຫ່າງ​ໃນ​ສັງ​ຄົມ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ກອງປະຊຸມເຈລະຈາ ຄັ້ງທຳອິດ (ພາບ: sggp.org.vn)

ເລື່ອງຈັດຕັ້ງກອງປະຊຸມເຈລະຈາ, ແນະນຳຜູ້ສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແມ່ນຂັ້ນຕອນສຳຄັນໃນວິວັດທະນາການຈັດຕັ້ງການເລືອກຕັ້ງ. ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ໃຫ້ຮູ້ວ່າ:

ຢູ່ກອງປະຊຸມປຶກສາຫາລື ປະຊາທິປະໄຕ, ເຂົ້າຮ່ວມປະກອບຄຳເຫັນທີ່ສຸມໃສ່ກ່ຽວກັບໂຄງປະກອບ, ພາກສ່ວນສະມາຊິກສະພາແຫ່ງຊາດຊຸດທີ XV ຢູ່ສູນກາງເພື່ອໃຫ້ຄະນະກຳມະການປະຈຳສະພາແຫ່ງຊາດມີພື້ນຖານຄົ້ນຄວ້າ, ຮັບຮູ້ ແລະ ພິຈາລະນາດັດປັບ. ທີ 2, ໂລກລະບາດໂຄວິດ - 19 ພວມແຜ່ລາມໃນວົງກວ້າງຢູ່ບາງທ້ອງຖິ່ນ, ກໍ່ຜົນສະທ້ອນໂດຍກົງຕໍ່ການຈັດຕັ້ງບັນດາກອງປະຊຸມເຈລະຈາ, ດັ່ງນັ້ນ ພວກຂ້າພະເຈົ້າໄດ້ມອບໝາຍໃຫ້ຫ້ອງວ່າການ ສະພາເລືອກຕັ້ງແຫ່ງຊາດ ຂຶ້ນບັນດາວິທີການຈັດຕັ້ງກອງປະຊຸມເຈລະຈາ ຄືແນວໃດ, ເລືອກຕັ້ງແນວໃດ ຢູ່ສະຖານທີ່ແຍກຕົວ. ດັງນັ້ນ, ສະເໜີໃຫ້ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແນະນຳວິຊາການຈັດຕັ້ງກອງປະຊຸມເຈລະຈາຢູ່ບັນດາທ້ອງຖິ່ນດັ່ງກ່າງ ຢ່າງທັນການ ເພື່ອຮັບປະກັນຄວາມປອດໄພໃນການປ້ອງກັນ, ສະກັດກັ້ນ ແຕ່ຍັງຮັກສາໄດ້ຄວາມຄືບໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ