ສະພາເລືອກຕັ້ງແຫ່ງຊາດຈັດກອງປະຊຸມວາລະທຳອິດ

ສະພາເລືອກຕັ້ງແຫ່ງຊາດຈັດກອງປະຊຸມວາລະທຳອິດ - ảnh 1
ສະພາເລືອກຕັ້ງແຫ່ງຊາດຈັດກອງປະຊຸມວາລະທຳອິດ
(ພາບ: VGP)

(vovworld) - ​ວາ​ລະ​ປະ​ຊຸ​ມ​​ວາ​ລະ​ທຳ​ອິດຂອງ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ຖືກ​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 12/12, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວ​ຽນ​ຊິງ​ຮຸ່ງ, ປະ​ທານ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ໄດ້ຊີ້​ແຈ​້ງ​ວ່າ ​ໜ້າ​ທີ່​ທີ່​ໄດ້​ວາງ​ອອກ​ໃຫ້​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ແມ່ນ​ໜັກ​ໜ່ວງ​ທີ່​ສຸດ ແລະ ພຽງ​ສິ້ນ​ສຸດ​ລົງ​ພາຍ​ຫຼັງ​ປະ​ກາດ​ບັນ​ຊີ​ລາຍ​ຊື່​ຜູ້ແທນ​ໄດ້​ຮັບ​ເລືອກ​ຕັ້ງ​​ເປັນສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ​ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ ໃນ​ເດືອນ 07/2016. ທ່ານ​​ປະ​ທານ​ສະ​ພາ​ເລື​ອກ​ຕັ້ງ​ແຫ່ງ​ຊາດ ຫງວ​ຽນ​ຊິງ​ຮຸ່ງ ເນັ້ນ​ໜັກ​ວ່າ: ໃນ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ​​ສະ​ມາ​ຊິກສະ​ພາ​ປະ​ຊາ​ຊົນ ອາ​ຍຸ​ການ 2016 – 2021 ມີ​ຫ​ຼາຍ​ຈຸດ​ໃໝ່; ບົດ​ບາດ, ທີ່​ຕັ້ງ​ຂອງ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ໜັກ​ໜ່ວງກວ່າ​ເມື່ອ​ທຽບ​ໃສ່​​ກັບສະ​ພາ​ເລືອກ​ຕັ້ງ​ສູນ​ກາງ​ກ່ອນນີ້.  ປະ​ທານ​ສະ​ພາ​ແຫ່​ງ​ຊາດ​ຢືນ​ຢັນ​ວ່າ, ບົດ​ບາດໜ້າ​ທີ່, ສິດ​​ອຳ​ນາດຂອງ​ສະ​ພາ​ເລ​ືອກ​ຕັ້ງ​ແຫ່ງ​ຊາດ ໃນ​ການ​ຊີ້​ນຳ, ແນະ​ນຳ​ວຽກ​ງານ​ເລືອ​ກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ, ເລືອກ​ຕັ້ງ​ສະ​ພາ​ປະ​ຊາ​ຊົນ ທຸກ​ຂັ້ນ​ມີ​ສ່ວນ​ກ່ຽວ​ຂ້ອງ​ຢ່າງ​ແໜ້ນ​ແຟ້ນ​ກັ​ບ​ການ​ຊ​ີ້​ນຳ, ນຳ​ພາ​ຂອງ​ພັກ, ວຽກ​ງານ​ຂອງ​ກົງ​ຈັກ​ບັນ​ດາ​ອົງ​ການ​ຄຸ້ມ​ຄອງ​ລັດ ແລະ ອຳ​ນາດ​ການ​ປົກ​ຄອງ ຈາກ​ຂັ້​ນ​ສູນ​ກາງ​ລົງ​ຮອດ​ຂັ້ນ​ທ້ອງ​ຖິ່ນ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ກໍ​ໃສ່ໃຈບັນ​ດາ​ສະ​ມາ​ຊິກ​ສະ​ພາ ຕ້ອງ​​ມີ​ສະ​ຕິ ກ່ຽວ​ກັບ​ບົດ​ບາດ, ໜ້າ​ທີ່​ເພື່ອ​ຊີ້​ນຳ​ນຳ​ພາ, ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ໃຫ້​ບັນ​ລຸ​ຜົນ​ສຳ​ເລັດ.

      ທີ່​ວາ​ລະ​ປະ​ຊຸ​ມ​ທຳ​ອິດ, ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດໄດ້​ສະ​ເໜີ​ຕົວ​​ຢ່າງເປັນ​ທາງ​ການ ແລະ ພິ​ຈາ​ລະ​ນາ, ໃຫ້​ຄຳ​​ເຫັນ​ໃສ່​ບາງ​ເອ​ກະ​ສານທີ່​ກ່ຽວ​ຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ. ສະ​ພາ​ກໍ​ໄດ້​ເປັນ​ເອ​ກະ​ພາບ​ນຳ​ກັນສ້າງ​ຕັ້ງ​ 3 ອະ​ນຸ​ກຳ​ມະ​ການ​ຊ່ວຍ​ວຽກ.

ຂ່າວ/ບົດ​ອື່ນ