ສະພາແຫ່ງຊາດ ກູບາ ສະເໜີແຕ່ງຕັ້ງທ່ານ Miguel Diaz – Canel ເຂົ້າໃນຕຳແໜ່ງປະທານສະພາແຫ່ງລັດ

(VOVWORLD) - ປະຈຸບັນ, ທ່ານ Miguel Diaz – Canel Bermudez ເປັນຮອງປະທານຜູ້ທີໜຶ່ງສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູບາ

ໃນວາລະໄຂກອງປະຊຸມຄັ້ງປະຖົມມະເລີກຂອງສະພາແຫ່ງຊາດ ກູບາ ຊຸດທີ 9, ກຳມາທິການສະເໜີແຫ່ງຊາດໄດ້ສະເໜີທ່ານ Miguel Diaz – Canel Bermudez ເຂົ້າໃນຕຳແໜ່ງປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູບາ ອາຍຸການຈະມາເຖິງ. ປະຈຸບັນ, ທ່ານ Miguel Diaz – Canel Bermudez ເປັນຮອງປະທານຜູ້ທີໜຶ່ງສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູບາ, ແລະ ກ່ອນໜ້ານັ້ນ, ເຄີຍດຳລົງຕຳແໜ່ງເປັນເລຂາພັກແຂວງຢູ່ແຂວງ Villa Clara ແລະ Holguin, ພ້ອມກັບຕຳແໜ່ງລັດຖະມົນຕີກະຊວງມະຫາວິທະຍາໄລ.

        ກ່ອນໜ້ານັ້ນ, ສະພາແຫ່ງຊາດຊຸດທີ 9 ຂອງກູບາ ໄດ້ເລືອກຕັ້ງທ່ານ Esteban Lazo Hernandez ໃຫ້ດຳລົງຕຳແໜ່ງເປັນປະທານສະພາແຫ່ງຊາດ ຄືນໃໝ່, ແລະ ທ່ານນາງ Ana Maria Mari Machado ແລະ ທ່ານ Miriam Brito ໃຫ້ສືບຕໍ່ດຳລົງຕຳແໜ່ງເປັນຮອງປະທານ ແລະ ເລຂານຸການສະພາແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ