ສະພາແຫ່ງຊາດ ປຶກສາຫາລືກ່ຽວກັບ ກົດໝາຍວ່າດ້ວຍທີ່ດິນ

ສະພາແຫ່ງຊາດ ປຶກສາຫາລືກ່ຽວກັບ ກົດໝາຍວ່າດ້ວຍທີ່ດິນ - ảnh 1
ບັນດາ ສ.ສ.ຊ ປຶກສາຫາລືຢູ່ຕາມໜ່ວຍ (ພາບ: internet)


Vovworld- ຕອນ​ບ່າຍ​ວັນ​ທີ 6/11, ບັນດາ ສ.ສ.ຊ ໄດ້ປຶກສາຫາລືຢູ່ໜ່ວຍ ກ່ຽວກັບສິດ​ນຳ​ໃຊ້​ທີ່​ດິນ, ລາຄາ​ດິນ, ກົນ​ໄກ​ຊົດ​ເຊີຍ​ທີ່​ດິນ​ຖືກ​ຖອນ​ຄືນ. ບັນດາ ສ.ສ.ຊ ​ໄດ້​ເຫັນ​ດີ​​ເປັນ​ເອກະສັນ​ກັນວ່າ ທີ່​ດິນ​ແມ່ນ​ຂຶ້ນ​ກັບ​ກຳມະສິດ​ທົ່ວ​ປວງ​ຊົນ, ​ໂດຍ​ລັດ​ເປັນ​ຕົວ​ແທນ​ເຈົ້າ​ຂອງ​ກຳມະສິດ. ລາຄາ​ທີ່​ດິນ​​ໂດຍ​ແມ່ນ​ລັດ​ເປັນ​ຜູ້​ຕັດສິນ. ຕາມ​ທ່ານ Le Viet Truong ສ.ສ.ຊ ​ແຂວງ​ອານ​ຢາງ​ແລ້ວ, ການ​ກຳນົດ​ການ​ຊົດ​ເຊີຍ​ເມື່ອລັດ​ຖອນ​ທີ່​ດິນ​ຄືນ ​ແມ່ນ​ຕ້ອງ​ຮັບປະກັນ​ລັກສະນະ​ປະຊາທິປະ​ໄຕ, ​ເປີດ​ເຜີຍ, ພາວະ​ວິ​ໄສ, ຍຸດຕິ​ທຳ ​ແລະ ຖືກຕ້ອງ​ຕາມ​ກົດໝາຍ. ທ່ານ Le Viet Truong ສ.ສ.ຊ ​ແຂວງ​ອານ​ຢາງ ກ່າວ​ວ່າ :

   “ ການ​ຖອນ​ທີ່​ດິນ​ຄືນຂອງ​ບຸກຄົນ​ໜຶ່ງ​ໂດ​ຍລັດ​ມອບ​ໃຫ້, ພວມ​ດຳລົງ​ຊີວິດ​ເປັນ​ປົກກະຕິ ​ເພື່ອ​ຈຸດໝາຍປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ຫຼື​ເພື່ອ​ຈຸດໝາຍ ສາທາລະນະ​, ຕາມ​ຂ້າພະ​ເຈົ້າ​ແລ້ວ ​ ແມ່ນຕ້ອງ​ໃຊ້​ແທນ​ດ້ວຍ​ທີ່​ດິນ​ທີ່​ມີ​ມຸນ​ຄ່າ​ທຽບ​ເທົ່າໃຫ້​ແກ່​ເຂົາ​ເຈົ້າ. ​ໃນ​ກໍລະນີ​ເຂົາ​ເຈົ້າ​ປະຕິ​ເສດ, ຈຶ່ງ​ຈະ​ຊົດ​ເຊີຍ​ເປັນ​ເງິນ. ຖ້າ​ຫາກ​ຕ້ອງ​ຍົກຍ້າຍ​ບ່ອນຢູ່​ນັ້ນ, ​ແມ່ນ​ຕ້ອງ​ຈັດ​ແຈງ​ບ່ອນຢູ່​​ໃໝ່, ຮັບປະກັນ​ເງື່ອນ​ໄຂ​ການ​ດຳລົງ​ຊີວິດ ”

     ກ່ອນ​ໜ້າ​ນັ້ນ, ຄື​ໃນຕອນ​ເຊົ້າ​ຂອງ​ວັນ​ດຽວ​ກັນ, ບັນດາ​ສະມາຊິກສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ຢູ່​ໜ່ວຍກ່ຽວ​ກັບການປັບ​ປຸງລັດຖະທຳ​ມະນູນ​ປີ 1992; ຮ່າງ​ມະຕິກ່ຽວ​ກັບ​​ເລື່ອງ​ຮັບ​ເອົາ​​ຄຳ​ເຫັນ​ຂອງ​ປະຊາຊົນ​ກ່ຽວ​ກັບ​ການ​ປັບປຸງລັດຖະທຳ​ມະນູນ​ປີ 1992.  ຕາມ​ທ່ານ Tran Minh Dieu, ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ Quang Binh ​ແລ້ວ, ລັດຖະທຳ​ມະນູນ​ໄດ້​ຢືນຢັນວ່າ ລັດ​ຫວຽດນາມ ​​ແມ່ນລັດ​ແຫ່ງ​ອຳນາດນິຕິ​ບັນ​ຍັດສັງຄົມ​ນິຍົມ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ. ທ່ານ Tran Minh Dieu ກ່າວ​ວ່າ

ສິດອຳນາດຂຶ້ນກັບປະຊາຊົນແມ່ນໜຶ່ງໃນບັນດາບັນຫາສຳຄັນ. ສຳລັບບັນຫານີ້ໂຄງການການເມືອງແລະ ມະຕິຂອງພັກກຳນົດວ່າ ແມ່ນ​​ແນວຄິດສຳຄັນແລ ສະເໝີຕົ້ນສະເໝີປາຍໃນວິວັດການປັບປຸງລັດຖະທຳມະນູນປີ 1992. ປະຊາຊົນນຳໃຊ້ສິດອຳນາດຂອງລັດໂດຍຜ່ານສະພາແຫ່ງຊາດ, ສະພາປະຊາຊົນ, ​​ຊຶ່ງແມ່ນບັນດາອົງການຕາງໜ້າໃຫ້ເຈດຈຳນົງ, ຄວາມມຸ້ງຫວັງຂອງປະຊາຊົນ, ​ໂດຍປະຊາຊົນເລືອກຕັ້ງແລະ ຮັບຜິດຊອບຕໍ່ປະຊາຊົນ”​.

   ຮ່າງ​ລັດຖະທຳ​ມະນຸ​ນສະບັບ​ປັບປຸງ​​ໄດ້​ເພີ່ມ​ເຕີມ​ບາງ​ສິດທິຂອງ​ມະນຸດ, ສິດ ​ແລະ ພັນທະ​​ເປັນ​ພື້ນຖານ​ຂອງພົນລະ​ເມືອງ. ​ເພີ່ມ​ສິດອຳນາດ​ໃຫ້​ແກ່​ທ່ານ​ປະ​ທານ​ປະ​ເທດ​ ກໍ​​ແມ່ນ​ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ສຳຄັນ​ໃນ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ປັງ​ ປຸງ​ຂອງລັດຖະທຳ​ມະນູ​ນປີ 1992. ຕາມ​ນັ້ນ​ແລ້ວ, ທ່ານ​ປະທານ​ປະ​ເທດ​ຈະ​ນຳພາ​ບັນດາ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ ​ແລະ ທັງ​ດຳລົງຕຳ​ແໜ່​ງປະທານ​ສະພາ​ປ້ອງ​ກັນຊາ​ດ ​ແລະ ປ້​ອງກັນ​ຄວາມ​ສະຫງົບ.

 

 

 

 

 

 

ຂ່າວ/ບົດ​ອື່ນ