ສະພາແຫ່ງຊາດ ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່່າດ້ວຍຕໍາຫຼວດ ປະຊາຊົນ (ສະບັບປັບປຸງ)

(VOVWORLD) -ຕອນບ່າຍວັນທີ 6 ພະຈິກ, ສະພາແຫ່ງຊາດຫວຽດນາມໄດ້ຮັບຟັງບົດລາຍງານອະພິປາຍ, ຮັບເອົາ ແລະ ປັບປຸງຮ່າງກົດໝາຍວ່າດ້ວຍຕໍາຫຼວດປະຊາຊົນ (ສະບັບປັບປຸງ) ແລະ ປຶກສາຫາລືກ່ຽວກັບຮ່າງກົດໝາຍສະບັບດັ່ງກ່າວ. 

ສະພາແຫ່ງຊາດ ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່່າດ້ວຍຕໍາຫຼວດ ປະຊາຊົນ (ສະບັບປັບປຸງ) - ảnh 1ທ່ານ ຫວໍຈ້ອງຫວຽດ, ຫົວໜ້າກໍາມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບສະພາແຫ່ງຊາດກ່າວຄໍາເຫັນທີ່ການປຶກສາຫາລື (ພາບ:QUOCHOI.VN)

ເມື່ອລາຍກງານອະທິປາຍ, ຮັບເອົາ, ປັບປຸງຮ່າງກົດໝາຍວ່າດ້ວຍຕໍາຫຼວດປະຊາຊົນ (ສະບັບປັບປຸງ), ທ່ານ ຫວໍຈ້ອງຫວຽດ, ຫົວໜ້າກໍາມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບສະພາແຫ່ງຊາດ ໃຫ້ຮູ້ວ່າ: ສະມາຊິກສະພາແຫ່ງຊາດຫຼາຍຄົນຖືວ່າ: ກໍາລັງຕໍາຫຼວດປະຊາຊົນຕ້ອງແມ່ນກໍາລັງຫຼັກແຫຼ່ງໃນການຕໍ່ສູ້ປ້ອງກັນ, ຕ້ານການລະເມີດກົດໝາຍ, ທ່ານກ່າວວ່າ:

        “ຄະນະປະຈໍາສະພາແຫ່ງຊາດ ຖືວ່າ, ການປະຕິບັດໜ້າທີ່ຕໍ່ສູ້ ປ້ອງກັນ, ຕ້ານການລະເມີດກົດໝາຍ ໄດ້ມອບໃຫ້ກະຊວງ, ຂະແໜງການ ແລະ ເຈົ້າໜ້າທີ່ຕ່າງໆ ປະຕິບັດ. ເຖິງຢ່າງໃດກໍຕາມ, ຕາມການສະຫຼຸບ, ຕີລາຄາແລ້ວ ຕໍາຫຼວດປະຊາຊົນ ແມ່ນກໍາລັງຕໍ່ສູ້ປ້ອງກັນ, ຕ້ານການລະເມີດກົດໝາຍເປັນປະຈໍາ ແລະ ໂດຍກົງ. ເພາະສະນັ້ນ, ເລື່ອງກໍານົດຕໍາຫຼວດປະຊາຊົນ ສວມບົດບາດຫຼັກແຫຼ່ງໃນການຕໍ່ສູ້, ປ້ອງກັນ, ຕ້ານການລະເມີດກົດໝາຍ ແມ່ນແທດເໝາະກັບພຶດຕິກໍາຕົວຈິງ ແລະ ເປັນເອກະພາບກັບຂໍ້ກໍານົດຂອງກົດໝາຍທີ່ກ່ຽວຂ້ອງ. ບົນພື້ນຖານກໍານົດທີ່ຕັ້ງຂອງຕໍາຫຼວດປະຊາຊົນ, ຄະນະປະຈໍາສະພາແຫ່ງຊາດ ໄດ້ຊີ້ນໍາການສໍາຫຼວດກວດກາ, ເພີ່ມເຕີມຂໍ້ກໍານົດກ່ຽວກັບໜ້າທີ່, ບົດບາດຂອງຕໍາຫຼວດປະຊາຊົນໃຫ້ເໝາະສົມກັບບົດບາດຂອງກໍາລັງດັ່ງກ່າວໃນການຕໍ່ສູ້ ປ້ອງກັນ, ຕ້ານອາດຊະຍາກໍາ, ການລະເມີດກົດໝາຍກ່ຽວກັບການປ້ອງກັນຄວາມສະຫງົບແຫ່ງຊາດ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍໃນທົ່ວສັງຄົມ”.

        ຜ່ານການປຶກສາຫາລື, ບັນດາສະມາຊິກສະພາແຫ່ງຊາດ ເຫັນດີຕໍ່ການປັບປຸງ, ເພີ່ມເຕີມເນື້ອໃນຂອງ ກົດໝາຍວ່າດ້ວຍຕໍາຫຼວດປະຊາຊົນປີ 2014 ເພື່ອຫັນກົນໄກທັດສະນະກ່ຽວກັບການປ່ຽນແປງໃໝ່, ຈັດຕັ້ງກົງຈັກກະຊວງຕໍາຫຼວດໃຫ້ກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິຜົນ; ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງການປ້ອງກັນຄວາມສະຫງົບແຫ່ງຊາດ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມໃນສະພາບການໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ