ສະ​ພາ​ແຫ່ງ​ຊາດ ລັດ​ເຊຍ ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຢຸດ​ຕິ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ New START

(VOVWORLD) -    ວັນທີ 22 ກຸມພາ, ສະພາສູງ ລັດເຊຍ ໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການຢຸດເຂົ້າຮ່ວມສົນທິສັນຍາຈຳກັດອາວຸດບຸກໂຈມຕີຍຸດທະສາດ (New START).
ສະ​ພາ​ແຫ່ງ​ຊາດ ລັດ​ເຊຍ ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຢຸດ​ຕິ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ New START - ảnh 1ສຳນັກງານສະພາສູງລັດເຊຍ (ພາບ:  rianovost)

ກ່ອນໜ້ານັ້ນ ໃນວັນດຽວກັນ, ສະພາຕ່ຳ ລັດເຊຍ ກໍໄດ້ຮັບຮອງເອົາຮ່າງກົດໝາຍດັ່ງກ່າວ ພາຍຫຼັງທີ່ທ່ານປະທານາທິບໍດີ Vladimir Putin ຍື່ນສະເໜີ ກ່ອນນັ້ນໜຶ່ງວັນ. ຮ່າງກົດໝາຍສະບັບດັ່ງກ່າວ ຈະມີຜົນສັກສິດນັບແຕ່ຈຸດເວລາປະກາດຢ່າງເປັນທາງການ ແລະ ທ່ານປະທານາທິບໍດີ ລັດເຊຍ ຈະເປັນຜູ້ຕັດສິນການເຂົ້າຮ່ວມສົນທິສັນຍາສະບັບດັ່ງກ່າວຄືນໃໝ່.

        ກ່ອນໜ້ານັ້ນ, ໂຄສົກວັງ ທ່ານ Kremlin Dmitry Peskov ໃຫ້ຮູ້ວ່າ: ການຕັດສິນໃຈຢຸດເຂົ້າຮ່ວມສົນທິສັນຍາ New START ຂອງ ມົດສະກູ ອາດຈະມີການປ່ຽນແປງ. ລັດເຊຍ ພ້ອມແລ້ວທີ່ຈະເຂົ້າຮ່ວມສົນທິສັນຍາດັ່ງກ່າວຄືນໃໝ່ ພາຍຫຼັງທີ່ເຫັນວ່າ ຝ່າຍຕາເວັນຕົກ ມີເຈດຕະນາດີພິຈາລະນາຄວາມວິຕົກກັງວົນຂອງ ມົດສະກູ ໃນທັນທີ.

ນັກຂ່າວ VOV ປະຈຳ ລັດເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ