ສະ​ພາແຫ່ງ​ຊາດ ລີ​ບັງ ຮັບ​ຮອງ​ເອົາ​ລັດ​ຖະ​ບານ​ຊຸດ​ໃໝ່

(VOVWORLD) -ຕາມທ່ານນາຍົກລັດຖະມົນຕີ Najib Mikati ແລ້ວ, ການເຊື່ອມຕໍ່ບັນດາການເຈລະຈາກັບ ກອງທຶນເງິນຕາ ສາກົນ (IMF) ແມ່ນສິ່ງຈຳເປັນ ເພື່ອນຳ ລີບັງ ຫຼຸດພົ້ນອອກຈາກວິກິດການການເງິນ. 
ສະ​ພາແຫ່ງ​ຊາດ ລີ​ບັງ ຮັບ​ຮອງ​ເອົາ​ລັດ​ຖະ​ບານ​ຊຸດ​ໃໝ່ - ảnh 1
ກອງປະຊຸມສະພາແຫ່ງຊາດ ຂອງລີບັງ (ພາບ: AFP/TTXVN)

ວັນທີ 20 ກັນຍາ, ສະພາແຫ່ງຊາດ ລີບັງ ຮັບຮອງເອົາລັດຖະບານຊຸດໃໝ່ຂອງ ທ່ານນາຍົກລັດຖະມົນຕີ Najib Mikati ພາຍຫຼັງກອງປະຊຸມທີ່ແກ່ຍາວມາເປັນເວລາ 8 ຊົ່ວໂມງ. ຕາມທ່ານນາຍົກລັດຖະມົນຕີ Najib Mikatiແລ້ວ, ການເຊື່ອມຕໍ່ບັນດາການເຈລະຈາກັບ ກອງທຶນເງິນຕາ ສາກົນ (IMF) ແມ່ນສິ່ງຈຳເປັນ ເພື່ອນຳ ລີບັງ ຫຼຸດພົ້ນອອກຈາກວິກິດການການເງິນ. ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ ລີບັງ Najib Mikati ກໍ່ເນັ້ນໜັກເຖິງຄວາມສຳຄັນ ຂອງການສ້າງໂຄງປະກອບຂົງເຂດທະນາຄານຄືນໃໝ່.

ວັນທີ 10 ກັນຍາ, ຫ້ອງວ່າການປະທານາທິບໍດີ ລີບັງ ປະກາດໃຊ້ລັດຖະບານ ໄດ້ຮັບການສ້າງຕັ້ງມາເປັນເວລາ 13 ເດືອນ ທີ່ບໍ່ມີລັດຖະບານຊຸດໃໝ່ ໃນວັນທີ 10 ສິງຫາ 2020 ເມື່ອທ່ານນາຍົກລັດຖະມົນຕີ ກຳສິດອຳນາດຊົ່ວຄາວ Hassan Diab ລາອອກຈາກຕຳແໜ່ງພາຍລັງເຫດການລະເບີດ ຢູ່ທ່າກ່ຳປັ່ນ Beirut ເຮັດໃຫ້ມີ 200 ຄົນເສຍຊີວິດ ແລະ ນັບພັນຄົນຖືກຮັບບາດເຈັບ.

ຕອບກັບ

ຂ່າວ/ບົດ​ອື່ນ