ສະພາແຫ່ງຊາດ ສິ້ນສຸດການເຄື່ອນໄຫວຊັກຖາມ ບັນດາ ສະມາຊິກລັດຖະບານ

ສະພາແຫ່ງຊາດ ສິ້ນສຸດການເຄື່ອນໄຫວຊັກຖາມ ບັນດາ ສະມາຊິກລັດຖະບານ - ảnh 1
ທ່ານ​ຮອງ​ນາຍົກ​ລັດຖະມົນຕີຫວຽດນາມ​ ຫງວຽນ​ຊວນ​ຟຸກ
ຕອບຄຳຊັກຖາມຂອງບັນດາ ສ.ສ.ຊ (ພາບ: baochinhphudientu)

Vovworld- ພາຍຫຼັງ​ດຳ​ເນີນ​ມາ​ເປັນ​ເວລາ​ກ່ວາ 2 ວັນ, ການ​ເຄື່ອນ​ໄຫວ​ຊັກ​ຖາມ​ບັນດາ​ສະມາຊິກ​ລັດຖະບານໃນຂອບ​ເຂດ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ່ 13 ໄດ້ສິ້ນສຸດລົງດ້ວຍການໃຫ້ຄຳຕອບຂອງ ທ່ານ​ຮອງ​ນາຍົກ​ລັດຖະມົນຕີຫວຽດນາມ​ ຫງວຽນ​ຊວນ​ຟຸກ, ຊຶ່ງໄດ້ເຕື້ອງເຖິງ ຫຼາຍບັນຫາໃຫຍ່ຂອງປະເທດຊາດ. ນັ້ນແມ່ນວິທີການແກ້ໄຂເພື່ອບັນລຸຈຸດໝາຍ ພັດທະນາຂອງ​ປີ 2013, ລະດັບ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ນະ​ໂຍບາຍ​ຍົກ​ສູງຄຸນ​ນະພາ​ບການ​ສຶກສາ, ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ, ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ການ​ປະຕິ​ຮູບ​ດ້ານ​ການ​ບໍລິຫານ. ຕອບ​ຄຳ​ຖາມ​ຂອງ​ ສ.ສ.ຊ ກ່ຽວ​ກັບ​ແຜນ​ນະ​ໂຍບາຍ ​ແລະ ວິທີ​ການ​ແກ້​ໄຂ​ຂອງ​ລັດຖະບານ ​ແນ​ໃສ່​ບັນລຸ ​ແລະ ລື່ນ​ກາຍ​ແຜນການ​ທີ່​ໄດ້​ວາງ​ອອກ​ໃຫ້​ປີ 2013. ທ່ານ​ຮອງ​ນາຍົກ​ລັດຖະມົນຕີຫວຽດນາມ​ ຫງວຽນ​ຊວນ​ຟຸກ ​ໃຫ້​ຮູ້​ວ່າ ຫວຽດນາມ​ເອົາ​ໃຈ​ໃສ່​ເຖິງ​ການ​ພັດທະນາ​ແບບ​ຍືນ​ຍົງ. ທ່ານ​ກ່າວ​ວ່າ :

    “ ​ຖ້າ​ຫາກ​ພວກ​ເຮົາ​ຢາກ​ພັດທະນາ, ​ແຕ່​ຊີ້​ນຳ​ບໍ່​ແໜ້ນ​ແຟ້ນ, ກໍ​ຈະ​ກັບ​ຄືນ​ສູ່​ໄພ​ເງິນ​ເຟີ້. ຍ້ອນ​ເຫດ​ນີ້​ເອງ, ​ພວກ​ເຮົາ​ບໍ່​ຄວນ​ພັດທະນາ​ແບບ​ຟ້າວ​ຝັ່ງ​ຫາກ​ຄວນ​ພັດທະນາ​ແບບ​ຍືນ​ຍົງ. ລັດຖະບານ​ຈະ​ສືບ​ຕໍ່​ຊຸກຍູ້​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ຕ່າ​ງໆ ປະຕິບັດ​ບັນດາ​ມາດຕະດານ, ພັດທະນາ​ເສດຖະກິດ​ສັງຄົ​ມ ປີ 2013ຊຶ່ງ​ລັດຖະບານ​ໄດ້​ຊີ້​ອອກ. ປະຕິບັດ​ບັນດາ​ເນື້ອ​ໃນ​ຊຶ່ງ​ມະຕິ 02 ກ່ຽວ​ກັບ​ການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ສ້າງ​ເງື່ອນ​ໄຂ​​ໃຫ້​ແກ່​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ​ພັດທະນາ. ທີ 3 ​ແມ່ນ​ຍູ້​ໄວ​ການ​ປ່ອຍ​ເງິ​ນທຶນ​ກໍ່ສ້າງ​ພື້ນຖານ. ຈັດ​ແບ່ງ​ທຶນສຳລັບ​ກິດຈະກຳ​ທີ່​ຊັກ​ຊ້າສູ່​ກິດຈະກຳ​ທີ່​ສາມ​າດສຳ​ເລັດ​ໄວ ”

   ກ່າວ​ຄຳ​ເຫັນ​ສະຫຼຸບ​ການ​ເຄື່ອນ​​ໄຫວ​ຊັກ​ຖາມ​ຂອງ ສ.ສ.ຊ ສຳລັບບັນດາ​ສະມາ​ຊິກ​ລັດຖະບານ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ, ບັນດາ​ລັດຖະມົນຕີ​ໃນ​ການ​ຜັນ​ຂະຫຍາຍ​ໜ້າທີ່​ເສດຖະກິດ​ສັງຄົມ, ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ປະ​ເທດ​ຊາດ. ທ່ານ ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ກ່າວ​ວ່າ :

    ສະພາ​ແຫ່ງ​ຊາດ​ຮຽກຮ້ອງ​ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ ຈົ່ງ​ດຳ​ເນີນ​ບັນດາ​ມາດ​ຕະການ​ທີ່​ຈຳ​ເປັນ​ເພື່ອ​ສືບ​ຕໍ່​ຍູ້​ແຮງ​ການ​ຜະລິດ​ກະ​ສີ​ກຳ, ຮັບປະກັນ​ໃຫ້​ກະ​ສີ​ກຳ​ພັດທະນາ​ຢ່າງຮອບດ້ານ ​ແລະ ໝັ້ນຄົງ. ສຳລັບ ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ​, ສະພາ​ແຫ່ງ​ຊາດຕັ້ງ​ບັນ​ຫາ​ໃຫຍ່​ແມ່ນ​ບຳລຸງ​ສ້າງ​ວິຊາ​ຊີ​ບ, ຮ່ວມ​ມື​ກັບ​ຕ່າງປະ​ເທດ​ເພື່ອ​ສົ່ງ​ແຮງ​ງານ​ໄປ​ຕ່າງ​ປະ​ເທດ, ກວດກາ​ຄືນ​ນະ​ໂຍບາຍສຳລັບ​ຜູ້​ທີ່​ມີ​ຄຸນງາມຄວາມດີ, ​ເອົາ​ໃຈ​ໃສ່​ເຖິງ​ການ​ຫຼຸດຜ່ອນ​ຄວາມ​ແຕກ​ໂຕນ​ກັນ​ລະຫວ່າງ​ຄວາມ​ຮ່ັງມີ ​ແລະ ທຸກ​ຍາກ ”

  ກ່ອນ​ໜ້າ​ນັ້ນ ​ໃນ​ຕອນ​ເຊົ້າ ວັນ​ທີ 14/6, ບັນດາສ.ສ.ຊ ​ໄດ້ສຸມ​ໃສ່​ຊັກ​ຖາມ ຫົວໜ້າ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງສຸດ ທ່ານ ຫງວຽນ​ຮ່ວາ​ບີ​ງ ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ກະກຽມ​ແຫຼ່ງຊັບພະຍາກອນ​ມະນຸດ​ໃຫ້​ແກ່​ຂະ​ແໜງ​ຕຸລາການ, ປະຕິບັດ​ເສັ້ນທາງ​ການ​ປະຕິ​ຮູບ​ດ້ານ​ຕຸລາການ, ຍົກ​ສູງ​ຄຸນ​ນະພາ​ບການ​ໂຕ້​ແຍ້​ງກັນ​ຢູ່​ສານ. ກ່ຽວ​ກັບ​ມາດ​ຕະການ​ພັດທະນາ ແຫຼ່ງຊັບພະຍາກອນ​ມະນຸດ, ຫົວໜ້າ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງສຸດ ທ່ານ ຫງວຽນ​ຮ່ວາ​ບີ​ງ ​ໃຫ້​ຮູ້​ວ່າ :

   “ ກ່ຽວ​ກັບ​ພະນັກງານ​ບັນຈຸ, ພວກ​ຂ້າພະ​ເຈົ້າ​ໄດ້​ລາຍ​ງານ​ຕໍ່​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ເພີ່ມ​ຈຳນວນ ພະນັກງານ​ບັນຈຸ​ໃນ​ເບື້ອງ​ຕົ້ນ ​ແລະ ​ເພີ່ມ​ຢູ່​ບ່ອນ​ສຳຄັນ, ໝາຍ​ຄວາມ​ວ່າ ​ເພີ່ມ​ຢູ່​ຂັ້ນ​ເມືອງ ຊຶ່ງ​ແມ່ນ​ແຫ່ງ​ແກ້​ໄຂ 91% ຈຳນວນ​ຄະດີ​ໃນ​ທົ່ວ​ປະ​ເທດ ​​ແລະ ​ເພີ່ມ​ຢູ່​ບັນດາ​ພາກສ່ວນ​ທີ່​ສຳຄັນ​, ຍົກ​ຕົວຢ່າງຄື: ນຳ​ໃຊ້​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ​ແລະ ຢູ່​ອົງການ​ສືບສວນ. ກ່ຽວ​ກັບ​ການ​ບຳລຸງ​ສ້າງ, ພວກ​ຂ້າພະ​ເຈົ້າ​ເພີ່ມ​ທະວີ​ການ​ບຳລຸງສ້າງ​ຢູ່​ພາຍ​ໃນ​ປະ​ເທດ​ບົນ​ພື້ນຖານ​ປ່ຽນ​ໃໝ່​ຫຼັກສູດ​ການ​ສອນ, ຍົກ​ສູງ​ຄຸນ​ນະພາ​ບຂອງ​ຄູອາຈານ​ຢູ່​ບັນດາ​ຮາກ​ຖານ​ບຳລຸງ​ສ້າງ​ໃນ​ຂະ​ແໜງ. ພວກ​ຂ້າພ​ະເຈົ້າ ຍັງ​ສົມທົບ​ຢ່າງ​ແໜ້ນ​ແຟ​້ນກັບ ບັນດາ​ຮາກ​ຖານ​ບຳລຸງ​ສ້າງ​ຢູ່​ຕ່າງປະ​ເທດ​ອີກ​ດ້ວຍ”

     ​ເມື່ອ​ເຕື້ອງ​ເຖິງ​ຄຸນ​ນະພາ​ບການ​ໂຕ້​ແຍ້​ງກັນ​ຢູ່​ທີ່​ປະຊຸມ​ສານ, ຫົວໜ້າ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງສຸດ ທ່ານ ຫງວຽນ​ຮ່ວາ​ບີ​ງ ​ໃຫ້​ຮູ້​ວ່າ ນີ້​ແມ່ນ​ຄວາມ​ຮຽກຮ້ອງ​ເພື່ອ​ກໍ່ສ້າງພື້ນຖານ​ຕຸລາການ​ທີ່​ແຂງ​ແຮງ ​ແລະ ທັງ​ແມ່ນ​ຄວາມ​ຮຽກຮ້ອງ​ຂອງ​ການ​ປະຕິ​ຮູບ​ດ້ານ​ຕຸລາການ. ວິທີ​ການ​ແກ້​ໄຂ​ຂອງ​ຂະ​ແໜງ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ ​ແມ່ນ​ຍົກ​ສູງ​ລະດັບ​ວິຊາ​ຊີບ​ຂອງ​ພະນັກງານ​ໄອ​ຍະ​ການ, ພິ​ເສດ​ແມ່ນ​ພ້ອມ​ກັບ​ສານ ດຳ​ເນີນ​ບັນດາ​ການ​ປະຊຸມ​ສານ​​ເປັນ​ແບບຢ່າງໃຫ້​ນັບ​ມື້​ນັບຫຼາຍຂຶ້ນ​ເພື່ອ​ຖອດ​ຖອນ​ບົດຮຽນ, ຜູກ​ຮັດ​ວຽກ​ງານ​​ໄອ​ຍະ​ການ​ກັບ​ວິວັດ​ການ​ສືບສວນ.

   ​ແລະ ກໍ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ດຽວ​ກັນ, ທ່ານ​ນາງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ​ຫວຽດນາມ ຝ້າ​ມທິຫາຍ​ຈວຽນ ​ໄດ້​ຕອບ​ຄຳ​ຊັກ​ຖາມ​ຂອງ​ບັນດາສ.ສ.ຊ ກ່ຽວ​ກັບ​ລະບອບ​ສຳລັບ​ບັນດາ​ເປົ້າ​ໝາຍ​ນະ​ໂຍບາຍ, ຮັດ​ແຄບ​ຊອງ​ວ່າງລະຫວ່າງ​ຄວາມ​ຮັ່ງມີ ​ແລະ ທຸກ​ຍາກຢູ່​ບັນດາ​ເຂດ​ແຄ້ວ​ນ........

   

ຂ່າວ/ບົດ​ອື່ນ