ສະພາແຫ່ງຊາດ ສິ້ນສຸດວາລະປະຊຸມ ຊັກຖາມບັນດາ ສະມາຊິກລັດຖະບານ

ສະພາແຫ່ງຊາດ ສິ້ນສຸດວາລະປະຊຸມ ຊັກຖາມບັນດາ ສະມາຊິກລັດຖະບານ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Xuan Phuc ​​
ຕອບ​ຄຳ​ຊັກ​ຖາມກ່ຽວ​ກັບ​ບັນດາ​ບັນຫາ​ເສດຖະກິດ-ສັງຄົມ
    ( ພາບ : chinhphudientu)


Vovworld- ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ Nguyen Sinh Hung , ຕອນ​ເຊົ້າ​ວັນ​ທີ 15/6 ສະພາ​ແຫ່ງ​ຊາດ​ໄດ້​ສິ້ນ​ສຸດ​ວາລະປະຊຸມ​ຊັກ​ຖາມ​ບັນດາ​ສະມາຊິກ​ລັດຖະບານ. ຜ່ານ​ວາລະ​ຊັກ​ຖາມ​ເປັນ​ເວລາ ກ່ວາ 2 ວັນ, ​ໄດ້​ມີ​ກວ່າ 160 ຄຳ​ຊັກ​ຖາມ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ມີ​ລັດຖະມົນຕີ 19 ທ່ານ ​ແລະ ການ​ນຳ​ຂະ​ແໜງ​ການ​ຕ່າງໆ​ໄດ້​ເຂົ້າ​ຮ່ວມ​ຕອບ​ຄຳ​ຊັກ​ຖາມ. ​ໃນ​ຕອນ​ເຊົ້າ 15/6 ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Xuan Phuc ​ໄດ້​ຂຶ້ນ​ ຕອບ​ຄຳ​ຊັກ​ຖາມກ່ຽວ​ກັບ​ບັນດາ​ບັນຫາ​ເສດຖະກິດ-ສັງຄົມຊຶ່ງ ຜູ້​ມີ​ສິດ​ເລືອກ​ຕັ້ງ​ມີ​ຄວາມ​ສົນ​ໃຈ.

       ສຳລັບ​ບັນຫາພັດທະນາເສດຖະກິດ-ສັງຄົມ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ໃຫ້​ຮູ້​ວ່າ ປະຈຸ​ບັນ​ປະ​ເທດ​ຊາດ​ໄດ້​ຜ່ານ​ມາ​ໄລຍະ​ທີ່​ຫຍຸ້ງຍາກ​ທີ່​ສຸດ ​ແລະ ​ເລີ່​ມມີ​ທ່າ​ອຽງ​ພັດທະນາ​ເປັນ​ຢ່າງດີ. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ຊີ້​ແຈ້ງວ່າ : 

    “ ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້ , ສ້າງ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ ​ແມ່ນ​ຈຸດໝາຍ​ທີ່​ສຳຄັນ​ເພື່ອ​ໃຫ້​ປະ​ເທດ​ຊາດ​ພັດທະນາ​ເປັນ​ປົກກະ​ຕິ ​ແລະ ບັນລຸ​ໝາກ ຜົນ​ທີ່​ດີງາມ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ນັ້ນ​ແມ່ນ​ລັກສະນະ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ການ​ນຳພາ​ຂອງ​ລັດຖະບານ. ບໍ່​ຄວນຖື​ເປັນສຳຄັນ​ກ່ຽວ​ກັບລະດັບ​ການ​ເຕີບ​ໂຕ ​ແຕ່ກໍບໍ່​ແມ່ນ​ວ່າ​ບໍ່​ເອົາ​ໃຈ​ໃສ່​ເຖິງ​ຄາດໝາຍ​ເງິນ​ເຟີ້, ບໍ່​ປະ​ໃຫ້​ໄພ​ເງິນ​ເຟີ້​ກັບ​ຕ່າວ​ຄືນ​ມາ. ຍ້ອນ​ເຫດ​ນີ້​ເອງ, ພວກ​ຂ້າພະ​ເຈົ້າ​ໄດ້​ຕັ້ງ​ບັນຫາ​ຈຳກັດ​ໄພ​ເງິນ​ເຟີ້​ໃນ​ລະດັບ 7% - 8%, ການ​ເຕີບ​ໂຕ​ແມ່ນ​ຕ່ຳ​ກ່ວາ 6% ”

     ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ໄດ້​ເນັ້ນ​ໜັກ​ວ່າ ​ແຜນ​ຮ່າງສັງ​ລວມ​ສ້າງ​​ໂຄງປະກອບ​ພື້ນຖານ​ເສ​ຖະກິດ​ຄືນ​ໃໝ່​ຂອງ​ລັດຖະບານ ​ແມ່ນ​ຈະ​ຄິດ​ໄລ​ເຖິງ​ປັດ​ໃຈ​ກົມກຽວ, ສ້າ​ງຄວາມ​ດຸນ​ດຽງ​ກັບ ບັນດາບັນຫາສັງຄົມ. ທ່ານ​ກ່າວ​ວ່າ :

     “ ຂ້າພະ​ເຈົ້າຢືນຢັນ​ວ່າ ການສ້າງ​​ໂຄງປະກອບ​ພື້ນຖານ​ເສ​ຖະກິດ​ຄືນ​ໃໝ່ຈະຜັນ ຂະຫຍາຍຢ່າງຄົບຊຸດ, ແຂງແຮງ, ມີເສັ້ນທາງກ້າວເດີນ ແລະ ສາມາດຈຳກັດ ບັນດາ ບັນຫາສັງຄົມທີ່ເກີດໃໝ່ໃນລະດັບສູງສຸດ. ແນວທາງ ຂອງພັກແມ່ນພັດທະນາ ເສດຖະກິດຕ້ອງຕິດພັນກັບການພັດທະນາສັງຄົມ. ບໍ່ຄວນ​ເຫັນ​ແກ່​ການ​ພັດທະນາ ເສດຖະກິດ, ຫາກບໍ່ເອົາໃຈໃສ່ເຖິງບັນຫາສັງຄົມ. ຢາກເຮັດໄດ້ເຊັ່ນນັ້ນ, ແມ່ນຕ້ອງຍູ້ແຮງດ້ານ ວັດທະນະທຳ, ການສຶກສາ ແລະ ບຳລຸງສ້າງ... ”

     ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ຍັງຮັບຮູ້ຕໍ່ບັນດາ ຄຳຄິດເຫັນຂອງ ຜູ້​ມີ​ສິດ​ເລືອກ​ຕັ້ງ, ໂດຍຕາງໜ້າລັດຖະບານ, ທ່ານ​ໄດ້ຍອມຮັບ ຕໍ່ຈຸດອ່ອນ​ເມື່ອ​ປະ​ໃຫ້​ເກີດ​ສະພາບ​ຮົ່ວ​​ໄຫຼ, ​ໃຊ້​ຈາ​ຍທຶນ​ຟຸມ​ເຟືອຍ​ຢູ່ບາງ​ກຸ່ມ​ບໍລິສັດ, ບໍລິສັດ​ໃຫຍ່​ແຫ່ງ​ລັດ. ສຳລັບ​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ, ທ່ານ​ໃຫ້​ຮູ້​ວ່າ ລັດຖະບານ​ຈະ​ສືບ​ຕໍ່​ຍູ້​ແຮງ​ລະດັບ ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ໃນ​ປີ 2012. ສຳລັບ​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​​ໄພສໍ້​ລາດ​ບັງ​ຫຼວງ, ການ​ຟຸມ​ເຟືອຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ຢືນຢັນ​ວ່າ ລັດຖະບານ​ຈະ​ຕັດສິນ​ໃຈ​ສະກັດ​ກັ້ນ, ຍູ້​ໄພ​ສັງຄົມ​ນີ້​ໃຫ້​ຖອຍ​ໄປ .

    ກ່າວ​ຄຳ​ເຫັນ​ສິ້ນ​ສຸດ​ວາລະ​ຊັກ​ຖາມບັນດາ​ສະມາຊິກ​ລັດຖະບານ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ Nguyen Sinh Hung ​ເນັ້ນ​ໜັກ​ວ່າ : 

    “ ພາຍຫຼັງ​ສະ​ໄໝ​ປະຊຸມ​ຄັ້ງ​ນີ້, ຈະ​ສື​ບຕໍ່​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຊັກ​ຖາມ. ສະພາ​ຊົນ​ເຜົ່າ, ບັນດາ​ກຳມາ​ທິການ​ຂອງ ສະພາ​ແຫ່ງ​ຊາດ ຈະ​ສື​ບຕໍ່​ດຳ​ເນີນ​ການ​ເຄື່ອນ​ໄຫວຮັບ​ຟັງ​ລາຍ​ງານ, ອະ​ພິປາຍ​ຂອງ​ບັນດາ​ລັດຖະມົນຕີ, ການ​ນຳ​ຂະ​ແໜງ​ການ​ຕ່າງໆກ່ຽວ​ກັບບັນດາ​ບັນຫາ ຊຶ່ງ ຜູ້​ມີ​ສິດ​ເລືອກ​ຕັ້ງ​ມີ​ຄວາມ​ສົນ​ໃຈ, ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ ສະພາ​ແຫ່ງ​ຊາດ, ບັນດາ​ອົງການ​ຂອງ ສະພາ​ແຫ່ງ​ຊາດ, ​ແລະ ສສຊ, ​ເຮັດ​ໃຫ້ການ​ເຄື່ອນ​ໄຫວ​ຂອງລັດ, ສະພາ​ແຫ່ງ​ຊາດ ​ໄກ້​ຊິດ​ຕິດ​ແທດ​ກັບ​ປະຊາຊົນ​ກ່ວາ, ​ເປີດ​ເຜີຍ ​ແລະ ກະຈ່າງ​ແຈ້ງ​ກ່ວາ ​ແລະ ​ເພື່ອ​ໃຫ້ ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວປະ​ເທດ​ຕິດຕາມ​ກວດກາ​ການ​ເຄື່ອນ​ໄຫວ​ຂອງ​ລັດ ຕາມ​ເນື້ອ​ໃນ​ຈິ​ດໃຈ​ຂອງ​ມະ​ຕິກອງ​ປະຊຸມ​ໃຫຍ່​ຄັ້ງທີ່ 11 ຂອງພັກ” .
ຂ່າວ/ບົດ​ອື່ນ