ສະ​ພາ​ແຫ່ງ​ຊາດ ສ​ປ​ປ.ເກົາຫຼີ​ ຈະ​ຮັບ​ຮອງ​ເອົາ​ນະ​ໂຍ​ບາຍ​ໃໝ່​ສຳ​ລັບ ອາ​ເມ​ລິ​ກາ

(VOVWORLD) - ທ່ານ Kim Jong- Un ຈະສືບຕໍ່ສຸມໃສ່ພັດທະນາເສດຖະກິດໃນສະພາບທີ່ບັນດາການເຈລະຈາປອດນິວເຄຼຍກັບ ອາເມລິກາ ຖືກຢຸດສະງັກ.
 ສະ​ພາ​ແຫ່ງ​ຊາດ ສ​ປ​ປ.ເກົາຫຼີ​ ຈະ​ຮັບ​ຮອງ​ເອົາ​ນະ​ໂຍ​ບາຍ​ໃໝ່​ສຳ​ລັບ ອາ​ເມ​ລິ​ກາ - ảnh 1ທ່ານ Kim Jong-un ການນຳ ສປປ.ເກົາຫຼີ ກ້າວຄຳເຫັນທີ່ກອງປະຊຸມ ເປີດກ້ວາງຂອງກົມການເມືອງສູນກາງພັກແຮງງານ ສປປ.ເກົາຫຼີ (ພາບ: Yonhap/TTXVN)

ໃນກອງປະຊຸມວັນທີ 11 ເມສາ, ກອງປະຊຸມປະຊາຊົນສູງສຸດ (ສະພາແຫ່ງຊາດ) ສປປ.ເກົາຫຼີ ຄາດວ່າຈະໃຫ້ຮັບຮອງເອົາບັນດານະໂຍບາຍເສດຖະກິດຫຼ້າສຸດຂອງການນຳ Kim Jong- Un ແລະ ອາດຈະ ເຫັນດີຕໍ່ການປ່ຽນແປງໃນຍຸດທະສາດສຳລັບ ອາເມລິກາ.

        ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ວັນທີ 10 ເມສາ, ໄດ້ລົງຂ່າວ ທ່ານ Kim Jong-un ການນຳ ສປປ.ເກົາຫຼີ ໄດ້ເອີ້ນສະພາບການໃນປັດຈຸບັນວ່າແມ່ນ “ຄວາມເຄັ່ງຕຶງ” ແລະ ຮຽກຮ້ອງໃຫ້ບັນດາເຈົ້າໜ້າທີ່ຂັ້ນສູງໃນກົມການເມືອງພັກແຮງງານ ສປປ.ເກົາຫຼີ ກຳອຳນາດປະຕິບັດຕາມແນວທາງຍຸດທະສາດໃໝ່ຂອງພັກດ້ວຍຈິດໃຈ “ເພິ່ງຕົນເອງ”. ຄຳຖະແຫຼງດັ່ງກ່າວໄດ້ຍົກອອກມາທີ່ກອງປະຊຸມເປີດກ້ວາງຂອງກົມການເມືອງສູນກາງພັກແຮງງານ ສປປ.ເກົາຫຼີ, ໂດຍສະແດງໃຫ້ເຫັນວ່າ ທ່ານ Kim Jong- Un ຈະສືບຕໍ່ສຸມໃສ່ພັດທະນາເສດຖະກິດໃນສະພາບທີ່ບັນດາການເຈລະຈາປອດນິວເຄຼຍກັບ ອາເມລິກາ ຖືກຢຸດສະງັກ.

ຕອບກັບ

ຂ່າວ/ບົດ​ອື່ນ