ສະ​ພາ​ແຫ່ງ​ຊາດ ສ.ເກົາຫຼີ ຮັບ​ຮອງ​ເອົາ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຫ້າມ​​ຫວ່ານ​ໃບ​ປິວ ຕ້ານ ສ​ປ​ປ.ເກົາຫຼີ

(VOVWORLD) -    ໃນການກະທຳທີ່ໄດ້ຮັບຖືວ່າແມ່ນເພື່ອແນໃສ່ປັບປຸງການພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ, ວັນທີ 14 ທັນວາ, ສະພາແຫ່ງຊາດ ສ.ເກົາຫຼີ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍການຫ້າມການຫວ່ານໃບປິ່ວຕ້ານ ສປປ.ເກົາຫຼີ.
ສະ​ພາ​ແຫ່ງ​ຊາດ ສ.ເກົາຫຼີ ຮັບ​ຮອງ​ເອົາ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຫ້າມ​​ຫວ່ານ​ໃບ​ປິວ ຕ້ານ ສ​ປ​ປ.ເກົາຫຼີ - ảnh 1ສະພາແຫ່ງຊາດ ສ.ເກົາຫຼີ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍການຫ້າມການຫວ່ານໃບປິ່ວຕ້ານ ສປປ.ເກົາຫຼີ.(ພາບ: AFP)

     ເຖິງວ່າ, ກົດໝາຍສະບັບດັ່ງກ່າວ ຖືກຄັດຄ້ານຈາກບັນດາສະມາຊິກສະພາແຫ່ງຊາດຂຶ້ນກັບຝ່າຍຄ້ານຂອງ ພັກສິດອຳນາດປະຊາຊົນ (PPP) ກໍຕາມ ແຕ່ພັດໄດ້ຮັບບັດສະໜັບສະໜູນ 187 ບັດ ເພື່ອຮັບຮອງເອົາ. ກົດໝາຍວ່າດ້ວຍການຫ້າມການຫວ່ານໃບປິວຕ້ານ ສປປ.ເກົາຫຼີ ໄດ້ກຳນົດວ່າ ທຸກການກະທຳທີ່ໄປຝືນກັບ ສັນຍາທີ່ບັນລຸໄດ້ລະຫວ່າງປະມຸກລັດ ສ.ເກົາຫຼີ ແລະ ສປປ.ເກົ່າຫຼີ ຈະຖືກປັບໄໝສູງສຸດແມ່ນ ຈຳຄຸກ 3 ປີ ຫຼື ປັບໄໝເງິນ 30 ລ້ານ won.

        ຫາງສຽງຖືວ່າ, ເລື່ອງ ສ.ເກົາຫຼີ ຮັບຮອງເອົາກົດໝາຍສະບັບດັ່ງກ່າວ ຈະປະກອບສ່ວນສຳຄັນເຂົ້າໃນການປັບປຸງການພົວພັນລະຫວ່າງ ສ.ເກົາຫຼີ  ແລະ ສປປ.ເກົາຫຼີ.

ນັກຂ່າວ VOV ປະຈຳ ຈີນ


ຕອບກັບ

ຂ່າວ/ບົດ​ອື່ນ