ສະພາແຫ່ງຊາດ ຫວຽດນາມ ປ່ອນບັດເລືອກຕັ້ງຮອງປະທານສະພາແຫ່ງຊາດ, ແຕ່ງຕັ້ງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຕຳຫລວດ

(VOVWORLD) -ຕອນບ່າຍວັນທີ 6 ມິຖຸນາ, ຢູ່ ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ດຳເນີນການປ່ອນບັດປິດລັບ ເລືອກຕັ້ງຮອງປະທານສະພາແຫ່ງຊາດ ອາຍຸການ 2021-2026 ສຳລັບ ທ່ານນາງ ຫງວຽນທິແທງ, ຫົວຫນ້າຄະນະປະຕິບັດວຽກງານສະມາຊິກສະພາແຫ່ງຊາດ.

ສະພາແຫ່ງຊາດ ຫວຽດນາມ ປ່ອນບັດເລືອກຕັ້ງຮອງປະທານສະພາແຫ່ງຊາດ, ແຕ່ງຕັ້ງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຕຳຫລວດ - ảnh 1ທ່ານນາງ ຫງວຽນທິແທງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ຄົນໃຫມ່.  (ພາບ:quochoi.vn)

ຕອນບ່າຍວັນດຽວກັນ, ສະພາແຫ່ງຊາດ ໃຫ້ສັດຕະຍາບັນແຕ່ງຕັ້ງ ທ່ານ ເລແທ່ງລອງ, ລັດຖະມົນຕີກະຊວງຍຸຕິທຳ ດຳລົງຕຳແຫນ່ງ ຮອງນາຍົກລັດຖະມົນຕີ ອາຍຸການ 2021-2026.

ສະພາແຫ່ງຊາດ ຫວຽດນາມ ປ່ອນບັດເລືອກຕັ້ງຮອງປະທານສະພາແຫ່ງຊາດ, ແຕ່ງຕັ້ງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຕຳຫລວດ - ảnh 2 ທ່ານ ເລແທ່ງລອງ ຮອງນາຍົກລັດຖະມົນຕີຄົນໃຫມ່.  (ພາບ:quochoi.vn)

ແລະ ດ້ວຍຄວາມຕົກລົງເຫັນດີເປັນສ່ວນໃຫຍ່, ສະພາແຫ່ງຊາດ ຮັບຮອງເອົາມະຕີໃຫ້ສັດຕະຍາບັນແຕ່ງຕັ້ງ ພົນໂທ ເລືອງຕາມກວາງ ດຳລົງຕຳແຫນ່ງ ລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ອາຍຸການ 2021-2026.

ສະພາແຫ່ງຊາດ ຫວຽດນາມ ປ່ອນບັດເລືອກຕັ້ງຮອງປະທານສະພາແຫ່ງຊາດ, ແຕ່ງຕັ້ງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຕຳຫລວດ - ảnh 3ພົນໂທ ເລືອງຕາມກວາງ ດຳລົງຕຳແຫນ່ງ ລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ອາຍຸການ 2021-2026.  (ພາບ:quochoi.vn)

ຕອບກັບ

ຂ່າວ/ບົດ​ອື່ນ