ສະພາແຫ່ງຊາດ ຫວຽດນາມ - ລາວ: ເພີ່ມທະວີການແບ່ງປັນບົດຮຽນ, ສົມທົບກັນ

(VOVWORLD) - ປະທານສະພາແຫ່ງຊາດສອງປະເທດ ໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຍູ້ແຮງບັນດາກົນໄກຮ່ວມມືສອງຝ່າຍ, ເພີ່ມທະວີການເຊື່ອມຕໍ່ສອງພື້ນຖານເສດຖະກິດ
ສະພາແຫ່ງຊາດ ຫວຽດນາມ - ລາວ: ເພີ່ມທະວີການແບ່ງປັນບົດຮຽນ, ສົມທົບກັນ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ພົບປະກັບທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ
(ພາບ:quochoi.vn)

ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 44 (AIPA – 44), ຕອນບ່າຍວັນທີ 7 ສິງຫາ, ຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ພົບປະກັບທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ.

        ທີ່ການພົບປະ, ປະທານສະພາແຫ່ງຊາດສອງປະເທດ ໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຍູ້ແຮງບັນດາກົນໄກຮ່ວມມືສອງຝ່າຍ, ເພີ່ມທະວີການເຊື່ອມຕໍ່ສອງພື້ນຖານເສດຖະກິດ, ປະຕິບັດບັນດາຂໍ້ຕົກລົງຮ່ວມມືລົງທຶນ - ການຄ້າ; ຕັ້ງໜ້າຜັນຂະຫຍາຍບັນດາໂຄງການຮ່ວມມືຍຸດທະສາດສຳຄັນ; ຊຸກຍູ້ການຮ່ວມມືປຸງແຕ່ງຜະລິດຕະພັນກະເສດ.

        ປະທານສະພາແຫ່ງຊາດ ສອງທ່ານໄດ້ເຫັນດີເປັນເອກະພາບໂດຍຖືວ່າ ສະພາແຫ່ງຊາດສອງປະເທດ ຄວນສືບຕໍ່ການຮ່ວມມືກັນຢ່າງແໜ້ນແຟ້ນ ປະຕິບັດບັນດາກົນໄກຮ່ວມມືກັນເປັນປະຈຳຢ່າງມີປະສິດທິຜົນ, ວຽກງານບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສືບຕໍ່ເພີ່ມທະວີການແບ່ງປັນບົດຮຽນ, ສົມທົບເຊິ່ງກັນ ແລະ ກັນ ໃນວຽກງານສ້າງກົດໝາຍ, ຕິດຕາມ ແລະ ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ. ສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນເພື່ອຈັດກອງປະຊຸມຂັ້ນສູງສະພາແຫ່ງຊາດສາມປະເທດ ກຳປູເຈຍ - ລາວ - ຫວຽດນາມ (CLV) ຄັ້ງທີ 1 ຢູ່ ສປປ ລາວ ໃນເດືອນ ທັນວາ 2023 ກໍ່ຄື ກອງປະຊຸມ AIPA 2024 ໂດຍ ລາວ ເປັນປະທານໃຫ້ບັນລຸໝາກຜົນຢ່າງຈົບງາມ.

        ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເຊີນທ່ານປະທານສະພາແຫ່ງຊາດລາວ ສົ່ງຄະນະຜູ້ແທນເຂົ້າຮ່ວມກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກຄັ້ງທີ 9 ເຊິ່ງຈະຈັດຂຶ້ນໃນເດືອນ ກັນຍາ ຈະມາເຖິງຢູ່ ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ