ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ສິງ​ກະ​ໂປ ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື

(VOVWORLD) -ທ່ານປະທານສະພາແຫ່ງຊາດ ສິງກະໂປ Tan Chuan – Jin ພ້ອມກັບພັນລະຍາ ຈະນຳໜ້າຄະນະຜູ້ແທນສະພາແຫ່ງຊາດ ສາທາລະນະລັດ ສິງກະໂປ ຈະມາຢ້ຽມຢາມ ຫວຽດນາມ ແຕ່ວັນທີ 18 ຫາວັນທີ 20 ພຶດສະພາ ປີ 2022
ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ສິງ​ກະ​ໂປ ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື - ảnh 1ທ່ານປະທານສະພາແຫ່ງຊາດ ສິງກະໂປ Tan Chuan – Jin (ພາບ: Todayonline)

ຕາມແຈ້ງການຂອງກຳມາທິການການຕ່າງປະເທດ ຂອງ ສະພາແຫ່ງຊາດ ຫວຽດນາມ: ທ່ານປະທານສະພາແຫ່ງຊາດ ສິງກະໂປ Tan Chuan – Jin ພ້ອມກັບພັນລະຍາ ຈະນຳໜ້າຄະນະຜູ້ແທນສະພາແຫ່ງຊາດ ສາທາລະນະລັດ ສິງກະໂປ ຈະມາຢ້ຽມຢາມ ຫວຽດນາມ ແຕ່ວັນທີ 18 ຫາວັນທີ 20 ພຶດສະພາ ປີ 2022. ການຢ້ຽມຢາມໄດ້ປະຕິບັດຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້.

        ການຢ້ຽມຢາມດັ່ງກ່າວໄດ້ດຳເນີນໄປໃນສະພາບທີ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ ພວມພັດທະນາຢ່າງດີງາມໃນທຸກຂົງເຂດ, ໃນນັ້ນມີການຮ່ວມມືຢ່າງແໜ້ນແຟ້ນ ແລະ ລະຫວ່າງສະພາແຫ່ງຊາດສອງປະເທດໃນໄລຍະຜ່ານມາ.

        ການຢ້ຽມຢາມກໍເປັນການເຄື່ອນໄຫວການເມືອງ, ການຕ່າງປະເທດສຳຄັນລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບ ສະພາແຫ່ງຊາດສິງກະໂປ ເພື່ອແນໃສ່ສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງສອງອົງການນິຕິບັນຍັດ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ, ມຸ່ງໄປເຖິງເຫດການສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 10 ປີ ແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2023. ນີ້ແມ່ນຈຸດເວລາເພື່ອສະຫຼຸບ, ຊົມເຊີຍຜົນສຳເລັດທີ່ບັນລຸໄດ້, ພ້ອມທັງຊອກຫາໂອກາດເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ຫຼາຍກວ່າອີກ. ໃນນັ້ນ ມີການພົວພັນແລກປ່ຽນປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ