ສະພາແຫ່ງຊາດ ຫວຽດນາມ ຮັບຮອງເອົາກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫາລິມະຊັບ (ສະບັບປັບປຸງ)

(VOVWORLD) - ສະພາແຫ່ງຊາດ ຫວຽດນາມ ໄດ້ຮັບຮອງເອົາ ກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫາລິມະຊັບ (ສະບັບປັບປຸງ) ດ້ວຍຄວາມເຫັນດີຈາກສະມາຊິກສະພາແຫ່ງຊາດ 465/469 ທ່ານ
ສະພາແຫ່ງຊາດ ຫວຽດນາມ ຮັບຮອງເອົາກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫາລິມະຊັບ (ສະບັບປັບປຸງ) - ảnh 1ສະພາແຫ່ງຊາດ ຫວຽດນາມ ໄດ້ຮັບຮອງເອົາ ກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫາລິມະຊັບ (ສະບັບປັບປຸງ)
(ພາບ: quochoi.vn)

        ຕອນເຊົ້າວັນທີ 28 ພະຈິກ, ສະພາແຫ່ງຊາດ ຫວຽດນາມ ໄດ້ຮັບຮອງເອົາ ກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫາລິມະຊັບ (ສະບັບປັບປຸງ) ດ້ວຍຄວາມເຫັນດີຈາກສະມາຊິກສະພາແຫ່ງຊາດ 465/469 ທ່ານ (ເທົ່າກັບ 94,13% ຈຳນວນສະມາຊິກສະພາແຫ່ງຊາດ). ກົດໝາຍໄດ້ກຳນົດກ່ຽວກັບການດຳເນີນທຸລະກິດອະສັງຫາລິມະຊັບ, ສິດ ແລະ ພັນທະຂອງອົງການຈັດຕັ້ງ, ສ່ວນບຸກຄົນໃນການດຳເນີນທຸລະກິດອະສັງຫາລິມະຊັບ ແລະ ການຄຸ້ມຄອງຂອງລັດກ່ຽວກັບການດຳເນີນທຸລະກິດອະສັງຫາລິມະຊັບ. ກົດໝາຍຈະເລີ່ມມີຜົນສັກສິດແຕ່ວັນທີ 01 ມັງກອນ 2025.

        ກ່ອນໜ້ານັ້ນ, ເມື່ອສະເໜີບົດລາຍງານໂດຍຫຍໍ້ບາງບັນຫາໃຫຍ່ກ່ຽວກັບການຮັບເອົາຄຳເຫັນ, ອະພິປາຍ, ດັດປັບຮ່າງກົດໝາຍ, ທ່ານປະທານກຳມາທິການເສດຖະກິດຂອງສະພາແຫ່ງຊາດ ຫວູຮົ່ງແທັງ ໃຫ້ຮູ້ວ່າ, ກົດໝາຍວ່າດ້ວຍດຳເນີນທຸລະກິດອະສັງຫາລິມະຊັບ (ສະບັບປັບປຸງ) ທີ່ໄດ້ຮັບຮອງເອົາ ແມ່ນໄດ້ຮັບຄຳເຫັນຈາກສະມາຊິກສະພາແຫ່ງຊາດ, ບັນດາຄຳເຫັນສະເໜີຂອງລັດຖະບານ, ຄະນະປະຈຳສະພາແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ