ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ລາວ ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ

(VOVWORLD) -      ຕອນເຊົ້າວັນທີ 05 ກັນຍາ, ຢູ່ນະຄອນ ດ່າໜັງ, ທ່ານ ຫງວຽນດຶກຫາຍ ຮອງປະທານສະພາແຫ່ງຊາດ ຫວຽດນາມ, ທ່ານຮອງປະທານສະພາແຫ່ງຊາດ ສປປ.ລາວ ສົມມາດ ພົນເສນາ, ເປັນປະທານຮ່ວມ “ການໂອ້ລົມສົນທະນາກ່ຽວກັບບົດບາດຂອງສະພາແຫ່ງຊາດໃນການສ້າງ   ແລະ ຜັນຂະຫຍາຍນະໂຍບາຍພັດທະນາເສດຖະກິດ - ສັງຄົມ”.
ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ລາວ ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ - ảnh 1“ການໂອ້ລົມສົນທະນາກ່ຽວກັບບົດບາດຂອງສະພາແຫ່ງຊາດໃນການສ້າງ   ແລະ ຜັນຂະຫຍາຍນະໂຍບາຍພັດທະນາເສດຖະກິດ - ສັງຄົມ” (ພາບ: VOV)

ກ່າວຄຳເຫັນນະທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ເນັ້ນໜັກວ່າ ຂໍ້ມູນ ແລະ ບົດຮຽນປະສົບການຈາກການໂອ້ລົມສົນທະນານີ້ ຈະຊ່ວຍໃຫ້ແຕ່ລະປະເທດໃນການສ້າງ ຫຼື ສືບຕໍ່ສ້າງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບ, ຮັບໃຊ້ການພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດໃນສະພາບການໃໝ່.

        “ສະພາແຫ່ງຊາດ ຫວຽດນາມ ຈະສົມທົບກັບສະພາແຫ່ງຊາດລາວຢ່າງແໜ້ນແຟ້ນກວ່ອີກ, ສືບຕໍ່ສືບທອດ ແລະ ເສີມຂະຫຍາບັນດາບົດຮຽນ, ປະສົບການ, ໝາກຜົນການຮ່ວມມື, ຕັ້ງໜ້າປະກອບສ່ວນປັບປຸງ ແລະ ພັດທະນາສາຍພົວພັນຮ່ວມມືມິດຕະພາບທີ່ຍິ່ງໃຫຍ່ຄວາມສາມັກຄີແບບພິເສດ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດໃຫ້ໝັ້ນຄົງທະນົງແກ່ນໄປຊົ່ວກາລະນານ ເພື່ອສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ການພັດທະນາຂອງ ແຕ່ລະປະເທດ, ຂອງພາກພື້ນ ແລະ ໃນໂລກ”.

        ໃນການໂອ້ລົມສົນທະນາ, ຜູ້ຕາງໜ້າບັນດາອົງການຂອງສະພາແຫ່ງຊາດ ແລະ ລັດຖະບານ, ສະມາຊິກສະພາແຫ່ງຊາດ 2 ປະເທດ ໄດ້ໄຈ້ແຍກ, ປຶກສາຫາລື, ແບ່ງປັນບົດຮຽນປະສົບການໃນການສ້າງນະໂຍບາຍ, ກົດໝາຍ ກ່ຽວກັບການດຶງດູດ, ຄຸ້ມຄອງການລົງທຶນຕ່າງປະເທດ; ແລກປ່ຽນບົດຮຽນປະສົບການກ່ຽວກັບນະໂຍບາຍພັດທະນາເສດຖະກິດລວມສູນຢູ່ ຫວຽດນາມ; ແບ່ງປັນບົດຮຽນຂອງ ຫວຽດນາມ ໃນວິວັດການສ້າງ ແລະ ຜັນຂະຫຍາຍປະຕິບັດໂຄງການເປົ້າໝາຍແຫ່ງຊາດ ພັດທະນາເສດຖະກິດ - ສັງຄົມເຂດພໍ່ແມ່ຊາວເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ໄລຍະ 2021 – 2030; ບົດບາດຂອງການສິນເຊື່ອນະໂຍບາຍສັງຄົມໃນການປະຕິບັດໂຄງການເປົ້າໝາຍແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ