ສະ​ພາແຫ່ງ​ຊາດ ອັງ​ກິດ ຍຸບ​ເລີກ ກ່ອນ​ການເລືອກ​ຕັ້ງ​ທົ່ວ​ປະ​ເທດ

(VOVWORLD) - ທ່ານນາຍົກລັດຖະມົນຕີ ອັງກິດ Rishi Sunak ໄດ້ກຳນົດຈຸດເວລາດຳເນີນການເລືອກຕັ້ງທົ່ວປະເທດແມ່ນໃນວັນທີ 4 ກໍລະກົດ ແທນທີ່ໃຫ້ທ້າຍປີ ຄືການຄາດຄະເນຂອງ ວົງການນັກໄຈ້ແຍກ.
ສະ​ພາແຫ່ງ​ຊາດ ອັງ​ກິດ ຍຸບ​ເລີກ ກ່ອນ​ການເລືອກ​ຕັ້ງ​ທົ່ວ​ປະ​ເທດ - ảnh 1ກອງປະຊຸມຂອງສະພາແຫ່ງຊາດ ອັງກິດ (ພາບ: AFP/TTXVN)

ຕອນຄ່ຳວັນທີ 29 ພຶດສະພາ, ສະພາແຫ່ງຊາດ ອັງກິດ ໄດ້ຍຸບເລີກ, ເປີດເສັ້ນທາງໃຫ້ແກ່ການເລືອກຕັ້ງທົ່ວປະເທດ. ຕາມແຜນການຂອງການເລືອກຕັ້ງ, ໄລຍະຂົນຂວາຍຫາສຽງເລືອກຕັ້ງຈະແກ່ຍາວເປັນເວລາ 5 ອາທິດກໍ່ເລີ່ມຕົ້ນຢ່າງເປັນທາງການ ແຕ່ເວລາ 06 ໂມງ 1 ນາທີ ໃນວັນທີ 30 ພຶດສະຕາ (ຕາມເວລາ ຫວຽດນາມ). ທ່ານນາຍົກລັດຖະມົນຕີ ອັງກິດ Rishi Sunak ໄດ້ກຳນົດຈຸດເວລາດຳເນີນການເລືອກຕັ້ງທົ່ວປະເທດແມ່ນໃນວັນທີ 4 ກໍລະກົດ ແທນທີ່ໃຫ້ທ້າຍປີ ຄືການຄາດຄະເນຂອງ ວົງການນັກໄຈ້ແຍກ. ນີ້ໄດ້ຮັບຖືວ່າແມ່ນຄວາມມານະພະຍາຍາມ ເພື່ອແນໃສ່ສ້າງກຳລັງໜູນໃຫ້ແກ່ພັກຮັກສາເດີມ ກຳອຳນາດຂອງ ທ່ານ ເຊິ່ງໄດ້ຮັບຖືວ່າພວມຢູ່ໃນທ່າເສຍປຽບ ໃນການການຢັ່ງຫາງສຽງເລືອກຕັ້ງ. ໃນຂະນະນັ້ນ, ພັກການເມືອງຝ່າຍຄ້ານ ພາຍໃຕ້ການຊີ້ນຳນຳພາຂອງ ທ່ານ ອະດີດທະນາຍຄວາມ Keir Starmer ປັດຈຸບັນ ພວມມີໂອກາດຍາດໄດ້ອຳນາດພາຍຫຼັງ 14 ປີ.

ຕອບກັບ

ຂ່າວ/ບົດ​ອື່ນ