ສະພາແຫ່ງຊາດ ອິດສະຣາແອນ ຮັບຮອງເອົາຫຼາຍມາດຕາປະຕິຮູບຕຸລາການທີ່ ກໍ່ຄວາມຖົກຖຽງກັນ

(VOVWORLD) -   ພາຍຫຼັງການປ່ອນບັດ, ກຸ່ມຕິດຕາມກວດກາການເມືອງ ອິດສະຣາແອນ ຂອງຝ່າຍຄ້ານທີ່ມີຊື່ວ່າ “ຂະບວນການເພື່ອຄຸນນະພາບການບໍລິຫານຢູ່ ອິດສະຣາແອນ” ປະກາດຈະສູ້ານຄະດີຕໍ່ສານສູງສຸດເພື່ອປະຕິເສດຮ່າງກົດໝາຍສະບັບນີ້.
ສະພາແຫ່ງຊາດ ອິດສະຣາແອນ ຮັບຮອງເອົາຫຼາຍມາດຕາປະຕິຮູບຕຸລາການທີ່ ກໍ່ຄວາມຖົກຖຽງກັນ - ảnh 1ສະພາແຫ່ງຊາດ ອິດສະຣາແອນ
(ພາບ:AFP/TTXVN)

ວັນທີ 24 ກໍລະກົດ, ດ້ວຍຈຳນວນບັດສະໜັບສະໜູນ 64/120 ບັດ, ສະພາແຫ່ງຊາດ ອິດສະຣາແອນ ໄດ້ຮັບຮອງເອົາຫຼາຍມາດຕາທີ່ສຳຄັນໃນຮ່າງແຜນການປະຕິຮູບຕຸລາການທີ່ໄດ້ກໍ່ຄວາມຖົກຖຽງກັນເພື່ອແນໃສ່ຈຳກັດການແຊກແຊງຂອງສານສູງສຸດສຳລັບບັນດາຄຳຕັດສິນຂອງລັດຖະບານ. ການປ່ອນບັດນີ້ຖືກບັນດາສະມາຊິກລັດຖະສະພາຝ່າຍຄ້ານປະຕິເສດ.

        ພາຍຫຼັງການປ່ອນບັດ, ກຸ່ມຕິດຕາມກວດກາການເມືອງ ອິດສະຣາແອນ ຂອງຝ່າຍຄ້ານທີ່ມີຊື່ວ່າ “ຂະບວນການເພື່ອຄຸນນະພາບການບໍລິຫານຢູ່ ອິດສະຣາແອນ” ປະກາດຈະສູ້ານຄະດີຕໍ່ສານສູງສຸດເພື່ອປະຕິເສດຮ່າງກົດໝາຍສະບັບນີ້.

        ກ່ອນ ແລະ ໃນເວລາປ່ອນບັດຮັບຮອງເອົາຮ່າງກົດໝາຍໄດ້ດຳເນີນໄປ, ຊາວ ອິດສະຣາແອນ ນັບພັນຄົນໄດ້ເຕົ້າໂຮມແຫ່ຂະບວນປະທ້ວງຢູ່ພາຍນອກສຳນັກງານສະພາແຫ່ງຊາດ ອິດສະຣາແອນ ຢູ່ນະຄອນ Jerusalem ເພື່ອກໍ່ຄວາມກົດດັ່ນ. ນະທີ່ນີ້, ຕຳຫຼວດໄດ້ມີການກະທຳແຊກແຊງ ເພື່ອຍົກເລີກກຸ່ມຄົນດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ