ສະ​ພາ​ແຫ່ງ​ຊາດ ອິດ​ສ​ະ​ລາ​ແອັນ ​ຮັບ​ຮອງ​ເອົາ ຂໍ້​ຕົກ​ລົງ​ຄັດ​ຄ້ານ​ການ​ຮັບ​ຮູ້ ລັດ ປາ​ແລັດ​ສະ​ຕິນ

(VOVWORLD) -  ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ ອົງການອະນາໄມໂລກ (WHO) ໄດ້ສະແດງຄວາມວິຕົກກັງວົນຕໍ່ສະພາບການມະນຸດສະທຳ ຢູ່ເຂດ ກາຊາ, ພ້ອມທັງໃຫ້ຮູ້ວ່າ ມີຫຼາຍພາກພື້ນຖືກມ້າງເພທຳລາຍຢ່າງຮ້າຍແຮງ. 
ສະ​ພາ​ແຫ່ງ​ຊາດ ອິດ​ສ​ະ​ລາ​ແອັນ ​ຮັບ​ຮອງ​ເອົາ ຂໍ້​ຕົກ​ລົງ​ຄັດ​ຄ້ານ​ການ​ຮັບ​ຮູ້ ລັດ ປາ​ແລັດ​ສະ​ຕິນ - ảnh 1ກອງປະຊຸມ ຂອງ ສະພາແຫ່ງຊາດ ອິດສະລາແອັນ (ພາບ: AFP/TTXVN)

ວັນທີ 21 ກຸມພາ, ສະພາແຫ່ງຊາດ ອິດສະຕາແອັນ ໄດ້ປ່ອນບັດ ຮັບຮອງເອົາຂໍ້ຕົກລົງ ຂອງລັດຖະບານ ປະເທດນີ້ ທີ່ຄັດຄ້ານບັນດາ ຄວາມມານະພະຍາຍາມສາກົນ ໃນການຮັບຮູ້ ການສ້າງຕັ້ງ ລັດປາແລັດສະຕິນ ເອກະລາດ ແບບພຽງລຳພັງຝ່າຍດຽວ. ພັກ Likud ຂອງທ່ານນາຍົກລັດຖະມົນຕີ Benjamin Netanyahu ໄດ້ແຈ້ງໃຫ້ຊາບວ່າ ມີ ສະມາຊິກສະພາແຫ່ງຊາດ 99 ທ່ານໃນຈຳນວນ 120 ທ່ານ ໄດ້ເຫັນດີຕໍ່ຂໍ້ຕົກລົງຂອງລັດຖະບານທີ່ໄດ້ຍົກອອກມາກ່ອນນັ້ນ 3 ມື້. ປະຕິກິລິຍາ ຕໍ່ໜ້າການກະທຳດັ່ງກ່າວ ຂອງສະພາແຫ່ງຊາດ ອິດສະລາແອັນ, ກະຊວງການຕ່າງປະເທດ ປາແລັດສະຕິນ ໄດ້ອອກຖະແຫຼງການ ໃນນັ້ນ ໄດ້ຢັ້ງຢືນຄືນໃໝ່ວ່າ ເລື່ອງ ລັດ ປາແລັດສະຕິນ ມີຖານະບົດບາດເປັນສະມາຊິກຢ່າງສົມບູນ ຂອງ ສປຊ ຫຼື ການໄດ້ຮັບການຮັບຮູ້ຈາກບັນດາປະເທດອື່ນໆໃນໂລກນັ້ນ ບໍ່ຈຳເປັນຕ້ອງໄດ້ຮັບການອະນຸຍາດຈາກຝ່າຍ ອິດສະລາແອັນ.

ໃນເຫດການທີ່ກ່ຽວຂ້ອງ, ວັນທີ 21 ກຸມພາ, ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ ອົງການອະນາໄມໂລກ (WHO) ໄດ້ສະແດງຄວາມວິຕົກກັງວົນຕໍ່ສະພາບການມະນຸດສະທຳ ຢູ່ເຂດ ກາຊາ, ພ້ອມທັງໃຫ້ຮູ້ວ່າ ມີຫຼາຍພາກພື້ນຖືກມ້າງເພທຳລາຍຢ່າງຮ້າຍແຮງ. ທ່ານ Tedros Adhanom Ghebreyesus ຖືວ່າ ຕ້ອງມີຄຳສັ່ງຢຸດຍິງ ລະຫວ່າງ ອິດສະລາແອັນ ແລະ ຮາມາດ ກໍ່ຄືຮຽກຮ້ອງວ່າ ການໜູນຊ່ວຍ ສາກົນ ຕ້ອງມີສິດເຂົ້າເຖິງໂດຍບໍ່ມີສິ່ງກີດຂວາງ.

ຕອບກັບ

ຂ່າວ/ບົດ​ອື່ນ